ໃນ“ປີ​ຈີນ​ຂອງ APEC” ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ໄດ້​ເຫັນ​ຄວາມ​ໂອບ​ເອື້​ອ​ອາ​ລີ

CRI,    November 19, 2026
Size:

ປີນີ້ແມ່ນ “ປີຈີນຂອງ APEC”. ວັນທີ 4 ພະຈິກນີ້, ທ່ານ ກາວກິມຮຸນ ເລຂາທິການໃຫຍ່ອາຊຽນໄດ້ໃຫ້ສຳພາດພິເສດຕໍ່ວິທະຍຸໂທລະພາບສູນກາງຈີນຫຼື CMG ວ່າ: ພາກພື້ນອາຊີ-ປາຊີຟິກແມ່ນແຮງຂັບເຄື່ອນການເຕີບໂຕຂອງເສດຖະກິດໂລກໂດຍບໍ່ຕ້ອງສົງໄສ. ພວກຂ້າພະເຈົ້າຕ້ອງຍຶດໝັ້ນທິດທາງການເປີດປະຕູຢ່າງສະເໝີຕົ້ນສະເໝີປາຍ, ຮັກສາສະພາບແວດລ້ອມທາງການຄ້າທີ່ມີການເປີດປະຕູ. ການປະດິດສ້າງໃໝ່ກໍ່ມີຄວາມສຳຄັນເທົ່າທຽມກັນ, ວິທະຍາສາດເຕັກໂນໂລຊີແມ່ນແຮງຂັບເຄື່ອນຫຼັກສຳລັບການພັດທະນາເສດຖະກິດໃນປັດຈຸບັນແລະອະນາຄົດ, ທັງຈະເປັນຈຸດສຸມທີ່ສຳຄັນໃນລະດັບສູງຂອງທຸກຝ່າຍ. ປີນີ້ຈີນເປັນເຈົ້າພາບ APEC, ຂ້າພະເຈົ້າໄດ້ເຫັນຈີນຈັດກອງປະຊຸມແລະກິດຈະກຳຕ່າງໆ. ສິ່ງນີ້ມີຄວາມສຳຄັນຫຼາຍ ເພາະມັນໝາຍເຖິງທຸກຝ່າຍໄດ້ດຳເນີນການປຶກສາຫາລືແລະສົນທະນາກັນຢ່າງຫຼວງຫຼາຍ ເພື່ອຮັບປະກັນໃຫ້ທຸກຂະບວນການມີຄວາມໂອບເອື້ອອາລີ. ສຳນັກງານເລຂາອາຊຽນແມ່ນໜຶ່ງໃນ 3 ຜູ້ສັງເກດການຂອງ APEC, ແລະ 7 ໃນ 11 ປະເທດສະມາຊິກອາຊຽນກໍ່ເປັນສະມາຊິກ APEC, ຂ້າພະເຈົ້າຍັງຫວັງວ່າປະເທດສະມາຊິກອາຊຽນທັງໝົດຈະເຂົ້າເປັນສະມາຊິກ APEC ໃນອະນາຄົດ.