ກອງ​ປະ​ຊຸມເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ປີ 2026 ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເລີ້​ຊ່ານ​ແຂວງ​ເສ​ສວນ

CRI,    November 16, 2026
Size:

ລະຫວ່າງວັນທີ 10-11 ພະຈິກນີ້, ກອງປະຊຸມເວທີປຶກສາຫາລືການຮ່ວມມືລະຫວ່າງອົງການປົກຄອງທ້ອງຖິ່ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2026 ແລະ ກອງປະຊຸມສົນທະນາຕົວເມືອງປະຫວັດສາດ ແລະ ວັດທະນະທຳແຫ່ງຊາດໄດ້ຈັດຂຶ້ນຢູ່ນະຄອນເລີ້ຊ່ານແຂວງເສສວນຂອງຈີນ, ພາຍໃຕ້ຫົວຂໍ້ “ສືບຕໍ່ຂຽນບົດອັນສະຫງ່າງາມແຫ່ງເສັ້ນທາງສາຍໄໝ, ກ້າວໄປສູ່ເສັ້ນທາງໃໝ່ແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”.

ຜູ້ແທນ 200 ກວ່າທ່ານຈາກ 14 ແຂວງ ແລະ ນະຄອນຂອງຫ້າປະເທດແມ່ນ້ຳຂອງໄດ້ເຂົ້າຮ່ວມ, ແລະ ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງໂດຍປິ່ນອ້ອມຫົວຂໍ້ຕ່າງໆເຊັ່ນ: ການຫັນເປັນດິຈິຕອນ-ອັດສະລິຍະ, ການຮຽນຮູ້ ແລະ ແລກປ່ຽນກັນລະຫວ່າງອະລິຍະທຳຕ່າງໆ ແລະ ການຮ່ວມມືລະຫວ່າງເມືອງແຮກສ່ຽວ, ຈະລົງເລິກການຮ່ວມມືທ້ອງຖິ່ນ, ແລະ ເປີດ “ທົດສະວັດຄຳ” ໃໝ່ຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ໃນໄລຍະກອງປະຊຸມດັ່ງກ່າວຍັງໄດ້ຈັດງານວາງສະແດງຮູບພາບຂອງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ງານວາງສະແດງຜະລິດຕະພັນທີ່ມີລັກສະນະທ້ອງຖິ່ນອີກດ້ວຍ.