ວັນທີ 5 ພະຈິກນີ້, ກອງປະຊຸມເວທີປຶກສາຫາລືກ່ຽວກັບທ່າອຽງການຮ່ວມມືດ້ານເສດຖະກິດພາກພື້ນຂອງອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ປີ 2026 ໄດ້ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເບີ ປະເທດມາເລເຊຍ. ກອງປະຊຸມຄັ້ງນີ້ຈັດຂຶ້ນໂດຍສະໂມສອນເພື່ອນມິດເສັ້ນທາງສາຍໄໝມາເລເຊຍ, ໂດຍມີຜູ້ຕາງໜ້າລັດຖະບານ ແລະ ນັກວິຊາການຈາກຈີນ ແລະ ມາເລເຊຍ 200 ກວ່າຄົນເຂົ້າຮ່ວມ.
ທ່ານ ນູ ຈາລານ ບິນ ໂມຮາເມັດ ຮອງປະທານສະພາສູງຂອງມາເລເຊຍ ໄດ້ກ່າວຄຳປາໄສ ໂດຍສະແດງຄວາມຫວັງທີ່ຈະຊຸກຍູ້ການສ້າງຂອບການຮ່ວມມືທີ່ເນັ້ນໃສ່ການປະຕິບັດຕົວຈິງ ແລະ ມຸ່ງໜ້າສູ່ອະນາຄົດ ເພື່ອສ້າງປະຊາຄົມອາຊີ-ປາຊີຟິກທີ່ມີຄວາມເຂັ້ມແຂງ. ມາເລເຊຍພວມສຸມກຳລັງສ້າງເປັນສູນກາງລະດັບພາກພື້ນທີ່ມີການລົງທຶນມູນຄ່າສູງ, ມີຕ່ອງໂສ້ມູນຄ່າວັດສະດຸເຄິ່ງຕົວນຳ ຫຼື ເຊມີຕອນດັກເຕີ, ພະລັງງານສີຂຽວ ແລະ ເສດຖະກິດິຈິຕອນ, ພ້ອມນີ້ ທ່ານຍັງສະແດງຄວາມຫວັງທີ່ຈະລົງເລິກການຮ່ວມມືໃນຂົງເຂດຕ່າງໆກັບຈີນ.
ທ່ານ ກົ່ວເສີນທ່າວ ອັກຄະລັດຖະທູດຈີນປະຈຳມາເລເຊຍ ໄດ້ນຳສະເໜີການອອກແບບໂດຍລວມຂອງ “ປີຈີນ” ຂອງ APEC, ການກະກຽມວຽກງານ ແລະ ຄວາມຄືບໜ້າຫຼ້າສຸດ, ພ້ອມທັງກ່າວວ່າ: ຈີນຄອງຄອຍທີ່ຈະຮ່ວມກັບມາເລເຊຍເພື່ອລົງເລິການຮ່ວມມືໃນພາກພື້ນ ແລະຮ່ວມກັນສ້າງປະຊາຄົມ APEC.