ຈັດກອງປະຊຸມລັດຖະມົນຕີຕ່າງປະເທດພາຍ​ໃຕ້ຂອບການຮ່ວມມືແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 11 ​ຢູ່ນະຄອນຫຼວງປັກກິ່ງ​ຂອງ​ຈີນ

CRI,    November 05, 2026
Size:

ວັນທີ 4 ພະຈິກນີ້, ກອງປະຊຸມລັດຖະມົນຕີຕ່າງປະເທດພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 11 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ, ໂດຍການເປັນປະທານຮ່ວມຂອງທ່ານ ຫວາງຢີ້,  ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄທ. ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ, ທ່ານປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ, ທ່ານ ເລຮວາຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ແລະ ທ່ານ ອອງຢໍໂຮ ລັດຖະມົນຕີກະຊວງແຜນການແຫ່ງຊາດ, ການລົງທຶນ ແລະ ການພົວພັນເສດຖະກິດຕ່າງປະເທດມຽນມາໄດ້ເຂົ້າຮ່ວມກອງປະຊຸມ ດັ່ງກ່າວ.

ທ່ານ ຫວາງຢີ້ ກ່າວວ່າ: ປີນີ້ແມ່ນຄົບຮອບ 10 ປີ ຂອງການຈັດກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທຳອິດ. ຄອບຄົວແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄວນຊຸກຍູ້ການຮ່ວມມືແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງ 2.0 ຢ່າງໜັກແໜ້ນ ແລະ ຮ່ວມກັນຂຽນບົດໃໝ່ໃຫ້ແກ່ "ທົດສະວັດຄຳ" ຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ທ່ານ ຫວາງຢີ້ ໄດ້ສະເໜີ 5 ຂໍ້ຄື: ເຕົ້າໂຮມກຳລັງສັງລວມໃໝ່ແຫ່ງຄວາມສາມັກຄີ ແລະ ການເພິ່ງຕົນເອງກຸ້ມຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຍົກການເປີດປະຕູ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃຫ້ຂຶ້ນສູ່ລະດັບໃໝ່; ສ້າງກຳແພງໃໝ່ໃນດ້ານການປະດິດສ້າງໃໝ່ແບບສີຂຽວ; ສ້າງເສົາຄ້ຳໃໝ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ສ້າງຈຸດເດັ່ນໃໝ່ໃນການຄຸ້ມຄອງໄພພິບັດ.