ວັນທີ 3 ພະຈິກນີ້, ທີ່ນະຄອນຫຼວງປັກກິ່ງຂອງຈີນ, ທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດໄທ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ອອງຢໍໂຮ ລັດຖະມົນຕີກະຊວງແຜນການແຫ່ງຊາດ,ການລົງທຶນແລະການພົວພັນເສດຖະກິດຕ່າງປະເທດມຽນມາທີ່ມາເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 11 ຢູ່ຈີນ.

ໃນການພົບປະກັບທ່ານ ສີຫະສັກ ພວງເກດແກ້ວ, ທ່ານ ຫວາງຢີ້ ສະແດງຄວາມຍິນດີຈະເພີ່ມທະວີການຕິດຕໍ່ພົວພັນທາງຍຸດທະສາດກັບໄທ,ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ,ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ໄທໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.

ທ່ານ ສີຫະສັກ ພວງເກດແກ້ວ ກ່າວວ່າ: ໄທຍິນດີຮ່ວມກັບຈີນຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງຜູ້ນຳສອງຝ່າຍໃຫ້ດີ ແລະຊຸກຍູ້ການຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງໄທ-ຈີນ.

ໃນການພົບປະກັບທ່ານ ທອງສະຫວັນ ພົມວິຫານ, ທ່ານ ຫວາງຢີ້ ກ່າວວ່າ: ຈີນຍິນດີຮ່ວມກັບລາວຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳສູງສຸດຂອງສອງພັກສອງລັດໃຫ້ດີ,ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວຢ່າງໜັກແໜ້ນແລະຮ່ວມກັນປົກປັກຮັກສາສັນຕິພາບແລະຄວາມສະຫງົບສຸກຂອງພາກພື້ນ.

ທ່ານ ທອງສະຫວັນ ພົມວິຫານ ສະແດງຄວາມຍິນດີທີ່ຈະຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນຢ່າງໝັ້ນໜຽວບໍ່ປ່ຽນແປງໂດຍອີງຕາມຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງຜູ້ນຳສູງສຸດຂອງສອງພັກສອງລັດ.
ໃນການພົບປະກັບທ່ານ ອອງຢໍໂຮ, ທ່ານ ຫວາງຢີ້ ກ່າວວ່າ: ຈີນສະໜັບສະໜູນມຽນມາບັນລຸຄວາມປອງດອງທາງດ້ານການເມືອງ,ຍິນດີສຸມຄວາມພະຍາຍາມຮ່ວມກັບມຽນມາເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ມຽນມາໃຫ້ລົງສູ່ລວງເລິກແລະເປັນຮູບປະທຳ.

ທ່ານ ອອງຢໍໂຮ ກ່າວວ່າ: ມຽນມາຍິນດີຍົກລະດັບການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງສອງປະເທດໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງແລະຍິນດີຕ້ອນຮັບວິສາຫະກິດຈີນເຂົ້າໄປລົງທຶນຢູ່ມຽນມາໃຫ້ຫຼາຍກວ່າເກົ່າ.