
ວັນທີ 27 ຕຸລານີ້, ກິດຈະກຳການຮ່ວມມືນະວັດຕະກຳຂ້າມຊາຍແດນດ້ານປັນຍາປະດິດຈີນ-ອາຊຽນໄດ້ຈັດຂຶ້ນຢູ່ນະຄອນໜານໜິງ ເຂດກວາງຊີຈີນ. ກິດຈະກຳຄັ້ງນີ້ຖືເອົາຄວາມຕ້ອງການຂອງຕະຫຼາດອາຊຽນເປັນຈຸດແກນກາງ ໂດຍມີຈຸດປະສົງເພື່ອສ້າງຂົວແຫ່ງການຮ່ວມມືລະຫວ່າງຈີນກັບອາຊຽນໃນດ້ານການເຊື່ອມໂຍງເຊື່ອມຈອດກັນຂອງເຕັກໂນໂລຊີ ແລະ ບຸກຄະລາກອນ AI.
ໃນກິດຈະກຳດັ່ງກ່າວ ໄດ້ເປີດເຜີຍ 8 ຜົນງານກ້າວໜ້າດ້ານດີຈີຕອນ ແລະ ອັດສະລິຍະ ເຊິ່ງກວມເອົາຫຼາຍຂົງເຂດ ເຊັ່ນ: ການປະຍຸກໃຊ້ເຮືອບິນ ຫຼື ລົດບໍ່ມີຄົນຂັບແບບອັດສະລິຍະ, ເສດຖະກິດການບິນອາກາດຕ່ຳ, ການບໍລິການທາງການແພດ ແລະອື່ນໆ, ສະແດງໃຫ້ເຫັນເຖິງແຜນການແກ້ໄຂທີ່ສົມບູນແບບຂອງເຕັກໂນໂລຊີ AI ຈີນທີ່ຈັດຕັ້ງປະຕິບັດຢູ່ຕະຫຼາດອາຊຽນ. ຜົນງານທີ່ກ່ຽວຂ້ອງບໍ່ພຽງແຕ່ສອດຄ່ອງກັບຄວາມຕ້ອງການຕົວຈິງໃນການຍົກລະດັບອຸດສາຫະກຳ ແລະ ການບໍລິການດ້ານຊີວິດການເປັນຢູ່ຂອງປະຊາຊົນເທົ່ານັ້ນ, ຍັງສະໜອງຄວາມສົມບູນແບບໃຫ້ແກ່ການຈັດຕັ້ງປະຕິບັດໂຄງການຂ້າມຊາຍແດນໃນໄລຍະຕໍ່ໄປ.
ມີຜູ້ຕາງໜ້າລັດຖະບານ, ຜູ້ຊ່ຽວຊານວິສາຫະກິດ ແລະ ນັກວິຊາການຈາກມະຫາວິທະຍາໄລຂອງຈີນ ແລະ ບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມກິດຈະກຳດັ່ງກ່າວ.