
ໃນຖານະເປັນເວທີແລກປ່ຽນວັດທະນະທຳພາຍໃນຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສັບປະດາຮູບເງົາສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 8 ແລະ ສັບປະດາພາບ-ສຽງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2026 ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນທີ 30 ຕຸລານີ້ ໂດຍຈະດຳເນີນເປັນເວລາ 5 ວັນ.
ໃນໄລຍະຈັດກິດຈະກຳດັ່ງກ່າວ, ຈະຄັດເລືອກຮູບເງົາດີເດັ່ນຂອງ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເພື່ອສາຍຢູ່ໃນໂຮງຮູບເງົາ ແລະ ສາຍຕາມເຂດສາທາລະນະໃນຊົນນະບົດ; ຈັດຕັ້ງຜູ້ຊ່ຽວຊານດ້ານຮູບເງົາ ແລະ ໂທລະພາບຂອງ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເພື່ອຈັດສຳມະນາໂຕະມົນໂດຍປິ່ນອ້ອມຫົວຂໍ້ທີ່ກ້າວໜ້າດ້ານອຸດສາຫະກຳດັ່ງກ່າວ, ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືຂອງອຸດສາຫະກຳຮູບເງົາ ແລະ ໂທລະພາບໃນລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ; ຈັດການແລກປ່ຽນ ແລະ ຝຶກອົບຮົມກ່ຽວກັບຫົວຂໍ້ການປະດິດຄິດແຕ່ງພາບ ແລະ ສຽງດ້ວຍປັນຍາປະດິດ ຫຼື AI ສຳລັບຜູ້ປະກອບການໃນປະເທດລາວ ພ້ອມທັງຈັດຕັ້ງຜູ້ສ້າງສາລະຄະດີທັງພາຍໃນ ແລະ ຕ່າງປະເທດໄປສຳຫຼວດຕົວຈິງຢູ່ຕາມເສັ້ນທາງລົດໄຟລາວ-ຈີນຕອນຢູ່ປະເທດລາວ ເພື່ອຊອກຄົ້ນວັດຖຸດິບສຳລັບການສ້າງຮູບເງົາ ແລະ ໂທລະພາບຂ້າມຊາຍແດນ.
ກິດຈະກຳດັ່ງກ່າວຮ່ວມກັນຈັດຂຶ້ນໂດຍພະແນກຮູບເງົາ, ພະແນກວິທະຍຸກະຈາຍສຽງ ແລະ ໂທລະພາບ ແລະ ຫ້ອງການວຽກງານຕ່າງປະເທດຂອງແຂວງຢຸນນານ ແລະ ກົມຮູບເງົາກະຊວງວັດທະນະທຳ ແລະ ທ່ອງທ່ຽວລາວ.