
ວັນທີ 26 ຕຸລານີ້, ພິທີເປີດຄ້າຍຝຶກອົບຮົມການບົ່ມເພາະທຸລະກິດໄດ້ເລີ່ມຕົ້ນດ້ວຍປັນຍາປະດິດ+ ສຳລັບນັກສຶກສາຈາກບັນດາປະເທດສະມາຊິກອາຊຽນໄດ້ຈັດຂຶ້ນຢູ່ນະຄອນໜານໜິງເຂດກວາງຊີຈີນ ໂດຍມີສຳມະນາກອນ 30 ຄົນຈາກລາວ, ຫວຽດນາມ ແລະ ໄທເຂົ້າຮ່ວມຊຸດຝຶກອົບຮົມເຕັກໂນໂລຊີປັນຍາປະດິດ ແລະ ພຶດຕິກຳການບົ່ມເພາະທຸລະກິດເລີ່ມຕົ້ນ.
ຈຸດປະສົງການເປີດຄ້າຍຄັ້ງນີ້ແມ່ນອີງໃສ່ທ່າແຮງດ້ານເຕັກໂນໂລຊີ AI ຂອງຈີນ ແລະ ປະສານສົມທົບກັບທ່າແຮງດ້ານພາສາ, ວັດທະນະທຳ ແລະ ຊ່ອງທາງຂອງນັກສຶກສາຈາກບັນດາປະເທດສະມາຊິກອາຊຽນ ເພື່ອບຳລຸງສ້າງຊາວໜຸ່ມຜູ້ມີຄວາມຮູ້ຄວາມສາມາດດີຈີຕອນ ທີ່ຮູ້ດີທັງຕະຫຼາດຈີນ ແລະ ອາຊຽນ ແລະ ສ້າງຂົວແຫ່ງການພັດທະນາແບບເຊື່ອມໂຍງເຂົ້າກັນລະຫວ່າງເສດຖະກິດດີຈີຕອນຈີນ-ອາຊຽນ.
ໃນໄລຍະຝຶກອົບຮົມ, ສຳມະນາກອນທັງຫຼາຍຈະໄປຢ້ຽມຢາມສູນການຮ່ວມມືດ້ານການປະຍຸກໃຊ້ປັນຍາປະດິດແຫ່ງຊາດຈີນ-ອາຊຽນ, ວິສາຫະກິດສຳຄັນທີ່ອວ່າຍໜ້າສູ່ຕ່າງປະເທດ ແລະ ເຂດນິຄົມອຸດສາຫະກຳຂ້າມຊາດຢູ່ນະຄອນໜານໜິງ ເພື່ອສຳຫຼວດຄົ້ນຄວ້າການປະຍຸກໃຊ້ເຕັກໂນໂລຊີ AI ຂ້າມຊາດ, ການຜະລິດເນື້ອໃນທີ່ມີຫຼາຍພາສາ ແລະອື່ນໆ.