
ວັນທີ 25 ຕຸລານີ້, ກິດຈະກຳແຂ່ງຂັນຊີງແຊັມຊ່ວງເຮືອມັງກອນສາກົນຈີນ-ອາຊຽນປີ 2026 ໄດ້ຈັດຂຶ້ນຢູ່ເມືອງເຖິງຊ້ຽນນະຄອນອູໂຈ່ວເຂດກວາງຊີຈີນ ໂດຍມີ 27 ທີມຈາກຈີນ, ມາເລເຊຍ, ມຽນມາ, ຟີລິບປິນ ແລະ ອິນໂດເນເຊຍເຂົ້າຮ່ວມການແຂ່ງຂັນ.
ການແຂ່ງຂັນຄັ້ງນີ້ໄດ້ຈັດໃຫ້ມີລາຍການແຂ່ງຂັນຊ່ວງເຮືອໄວໄລຍະ 200 ແມັດ ແລະ 500 ແມັດປະເພດເຮືອມັງກອນ 22 ຄົນ ໂດຍແບ່ງເປັນປະເທດທົ່ວໄປ ແລະ ປະເທດມະຫາຊົນ. ໃນທີ່ສຸດ, ທີມຈາກເມືອງເຖິງຊ້ຽນຊີງໄດ້ແຊັມທັງໝົດ.
ຜູ້ຕາງໜ້າປະເທດອາຊຽນກ່າວວ່າ: ການແຂ່ງຂັນຊ່ວງເຮືອມັງກອນໄດ້ສ້າງເວທີທີ່ດີຫຼາຍ ໂດຍໄດ້ຊຸກຍູ້ການແລກປ່ຽນ ແລະ ຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນກັບຈີນໂດຍຜ່ານການແຂ່ງຂັນກິລາ, ຫວັງວ່າ, ຕໍ່ໜ້າບັນດາທ່ານຍັງຈະມີໂອກາດເດີນທາງມາຈີນຫຼາຍກວ່າເກົ່າ ເພື່ອລົງເລິກການແລກປ່ຽນວັດທະນະທຳເຮືອມັງກອນ.