
ວັນທີ 25 ຕຸລານີ້, ສັບປະດາວັດທະນະທຳຊາວໜຸ່ມຈີນ-ອາຊຽນ 2026 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ. ສັບປະດາວັດທະນະທຳຄັ້ງນີ້ມີຫົວຂໍ້ວ່າ: “ການເດີນທາງຄັ້ງໃໝ່ແຫ່ງຄວາມກົມກຽວ ແລະ ການຮ່ວມມື·ການເຄື່ອນໄຫວຂອງຊາວໜຸ່ມໃນທ່າມກາງການເຊື່ອມໂຍງເຂົ້າກັນຂອງອະລິຍະທຳ”, ໄດ້ເຕົ້າໂຮມຜູ້ຊ່ຽວຊານ, ຜູ້ຕາງໜ້າຊາວໜຸ່ມ ແລະອື່ນໆ 400 ກວ່າທ່ານໃນຂົງເຂດທີ່ກ່ຽວຂ້ອງກັບຈີນ-ອາຊຽນ ໂດຍມີຈຸດປະສົງເພື່ອສົ່ງເສີມໄມຕີຈິດມິດຕະພາບ ແລະ ກະຕຸ້ນພະລັງແຫ່ງການປະດິດສ້າງໃໝ່ຂອງຊາວໜຸ່ມ ແລະ ປະກອບສ່ວນກຳລັງແຮງຂອງຊາວໜຸ່ມເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ອາຊຽນ.
ຕາມການລາຍງານໃຫ້ຮູ້ວ່າ: ໃນໄລຍະໜຶ່ງອາທິດຂອງກິດຈະກຳດັ່ງກ່າວ ຈະຈັດກິດຈະກຳຕ່າງໆ ເຊັ່ນ: ກອງປະຊຸມແລກປ່ຽນກ່ຽວກັບການສຳຫຼວດທົ່ງນາຈີນ-ອາຊຽນ, ເວທີປຶກສາຫາລືຍ່ອຍຄົ້ນຄວ້າພາກພື້ນ ແລະ ປະເທດຂອງເວທີປຶກສາຫາລືຊີ່ຊ່ານຈີນ-ອາຊຽນ, ການແຂ່ງຂັນກິລາເພື່ອມິດຕະພາບຊາວໜຸ່ມຈີນ-ອາຊຽນ, ການສະແດງທາງອອນລາຍດ້ວຍພາສາລາວຂອງນັກສຶກສາມະຫາວິທະຍາໄລ ແລະອື່ນໆ ພ້ອມທັງຈະຈັດກິດຈະກຳຕ່າງໆຢູ່ລາວ.
ສັບປະດາວັດທະນະທຳຊາວໜຸ່ມຈີນ-ອາຊຽນ 2026 ຈັດຂຶ້ນໂດຍສູນຈີນ-ອາຊຽນ, ສູນການສື່ສານວັດທະນະທຳອົງການພິມຈຳໜ່າຍພາສາຕ່າງປະເທດຈີນ ແລະ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ.