ເລີ່ມການເຄື່ອນໄຫວລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຄັ້ງທີ 170

CRI,    October 22, 2026
Size:

ຕອນເຊົ້າວັນທີ 19 ຕຸລານີ້, ພິທີເລີ່ມການເຄື່ອນໄຫວລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຄັ້ງທີ 170 ໄດ້ຈັດຂຶ້ນຢູ່ທ່າເຮືອຈິງຮ່າ ກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາ ແຂວງຢຸນນານຈີນ ໂດຍມີເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ 100 ກວ່າທ່ານຈາກພາກສ່ວນບັງຄັບໃຊ້ກົດໝາຍຂອງຈີນ, ລາວ, ມຽນມາ ແລະ ໄທ ເຂົ້າຮ່ວມ.

 

 

ເຮືອບັງຄັບໃຊ້ກົດໝາຍຂອງຈີນອອກເດີນທາງຈາກທ່າເຮືອຈິງຮ່າ ແລະ ມຸ່ງໄປສູ່ເຂດນໍ້າທີ່ກໍານົດໄວ້ ແລະ ບັນຈົບກັບເຮືອບັງຄັບໃຊ້ກົດໝາຍຂອງລາວ ແລະ ມຽນມາ ແລ້ວຈັດຕັ້ງເປັນກອງລາດຕະເວນຮ່ວມ ເພື່ອດໍາເນີນການລາດຕະເວນຮ່ວມຕະຫຼອດເສັ້ນທາງ. ການເຄື່ອນໄຫວຄັ້ງນີ້ຕັ້ງສູນບັນຊາການຢູ່ເຮືອ 53107 ຂອງຈີນ ໂດຍມີຜູ້ບັນຊາການຂອງ 4 ປະເທດ ຄື ຈີນ, ລາວ, ມຽນມາ ແລະ ໄທ ນໍາພາຄະນະຜູ້ແທນຮ່ວມກັນບັນຊາການປະຕິບັດງານ. 

 

ໃນໄລຍະການເຄືອນໄຫວຄັ້ງນີ້, ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດ ຈະເດີນທາງໄປລາວ ເພື່ອຈັດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານຫຼາຍຝ່າຍ, ທຸກຝ່າຍຈະແລກປ່ຽນສະພາບການປ້ອງກັນຄວາມສະຫງົບຕາມເຂດລ້ອງແມ່ນ້ຳຂອງ, ວິເຄາະ ແລະ ຄົ້ນຄວ້າທ່າອຽງໃໝ່ຂອງອາຊະຍາກໍາຂ້າມຊາຍແດນ, ປຶກສາຫາລືມາດຕະການບໍລິຫານຮ່ວມຢ່າງລະອຽດກ່ຽວກັບການຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນ, ການປະສານງານດ້ານການດໍາເນີນຄະດີ, ການປ້ອງກັນ-ຄວບຄຸມຮ່ວມ ແລະອື່ນໆ.