ເລີ່ມ​ກິດ​ຈະ​ກຳ​ສຳ​ພາດ​ຮ່ວມ​ສື່ມວນ​ຊົນ​ຈີນ​ແລະ​ຕ່າງ​ປະ​ເທດ “​ການເດີນ​ທາງ​ເພື່ອສຳ​ຜັດ​​ປະ​ເທດ​ຈີນ·ໄຫ​ຫຼຳ​ທີ່​ມີ​ຊີ​ວິດ​ຊີ​ວາ” 2026

CRI,    October 22, 2026
Size:

ວັນທີ 19 ຕຸລານີ້, ກິດຈະກຳສຳພາດຮ່ວມສື່ມວນຊົນຈີນແລະຕ່າງປະເທດ “ການເດີນທາງເພື່ອສຳຜັດປະເທດຈີນ·ໄຫຫຼຳທີ່ມີຊີວິດຊີວາ” 2026 ທີ່ມີສູນລາຍການພາສາພາກພື້ນອາຊີ-ອາຟຣິກາຂອງວິທະຍຸໂທລະພາບສູນກາງຈີນ(CMG) ແລະ ສຳນັກນັກຂ່າວ CMG ປະຈຳແຂວງໄຫຫຼຳຈີນຮ່ວມກັນເປັນເຈົ້າພາບໄດ້ເລີ່ມດຳເນີນຢູ່ນະຄອນຊ່ານຢ້າແຂວງໄຫຫຼຳຈີນ.

    ຫົວຂໍ້ຕົ້ນຕໍຂອງກິດຈະກຳຄັ້ງນີ້ແມ່ນ “ການສ້າງຊົນນະບົດໃຫ້ຈະເລີນຢູ່ໃນທ່າການຄ້າເສລີ” ໂດຍໄດ້ເຊີນນັກຂ່າວຈາກ 11 ອົງການສື່ມວນຊົນໃນ 8 ປະເທດຄື: ກຳປູເຈຍ, ອິນໂດເນເຊຍ,ລາວ,ມາເລເຊຍ,ມຽນມາ,ໄທ,ຕີມໍແລັດສະເຕແລະຫວຽດນາມ,ສຸມໃສ່ວຽກງານດ້ານຕ່າງໆທີ່ມີຊີວິດຊີວາໃນການເພີ່ມຄວາມສາມາດດ້ານການສ້າງທ່າການຄ້າເສລີໄຫຫຼຳຂະນະທີ່ສ້າງຊົນນະບົດໃຫ້ຈະເລີນ ເພື່ອສະແດງໃຫ້ພາຍນອກໄດ້ເຫັນໝາກຜົນດ້ານການພັດທະນາແລະການເປີດປະຕູທີ່ມີລະດັບສູງຂອງໄຫຫຼຳຢ່າງຮອບດ້ານ,ເລົ່າເລື່ອງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງຈີນ-ອາຊຽນ.