CMG ຈັດກິດຈະກໍາສາຍຮູບເງົາສໍາລັບການເຄື່ອນໄຫວລາດຕະເວນ​ບັງ​ຄັບ​ໃຊ້ກົດໝາຍຮ່ວມຕາມລໍາແມ່ນໍ້າຂອງ ຈີນ-ລາວ-ມຽນມາ-ໄທ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຈີນ

CRI,    October 21, 2026
Size:

ວັນທີ 17 ຕຸລານີ້, ສູນອາຊີ-ອາຟຣິກາ ແລະ ສຳນັກງານ CMG ປະຈຳຢຸນນານຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮ່ວມກັນຈັດກິດຈະກໍາ “ສາຍຮູບເງົາກາງແຈ້ງ” ສໍາລັບການເຄື່ອນໄຫວລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຢູ່ທ່າເຮືອວຽກງານຕໍາຫຼວດຈິງຮ່າ ນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານຈີນ. ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ 200 ກວ່າທ່ານທີ່ເຂົ້າຮ່ວມການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ໄດ້ເຕົ້າໂຮມກັນຢູ່ແຄມແມ່ນໍ້າລ້ານຊ້າງ ແລະ ຊົມຮູບເງົາ 8K ເລື່ອງ “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ທີ່ຖ່າຍທໍາໂດຍ CMG. ແນວຄິດປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ຮູບເງົາເລື່ອງນີ້ນໍາສະເໜີ ໄດ້ສ້າງຄວາມຮູ້ສຶກປະທັບໃຈຮ່ວມກັນຢ່າງເລິກເຊິ່ງໃນຜູ້ຊົມທີ່ເຂົ້າຮ່ວມກິດຈະກໍາດັ່ງກ່າວ.

 ປີນີ້ແມ່ນຄົບຮອບ 15 ປີຂອງກົນໄກລາດຕະເວັນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ. ຕະຫຼອດໄລຍະ 15 ປີຜ່ານມາ, ພາກສ່ວນບັງຄັບໃຊ້ກົດໝາຍຈາກ 4 ປະເທດດັ່ງກ່າວໄດ້ຮ່ວມຈິດຮ່ວມໃຈ ແລະ ຊ່ວຍຊູຍູ້ໜູນກັນ, ຊຸກຍູ້ການຮ່ວມມື ແລະ ການແລກປ່ຽນດ້ານການບັງຄັບໃຊ້ກົດໝາຍເຂົ້າສູ່ລວງເລິກ ແລະເປັນຮູບປະທຳຢ່າງບໍ່ຢຸດຢັ້ງ, ຮ່ວມກັນປົກປ້ອງຄວາມປອດໄພ ແລະ ຄວາມສະດວກໃນການເດີນເຮືອຕາມລຳແມ່ນໍ້າຂອງ, ປົກປັກຮັກສາຄວາມປອດໄພ ແລະ ສະຖຽນລະພາບຢູ່ຕາມລ່ອງແມ່ນໍ້າຂອງ, ໝາກຜົນການຮ່ວມມືທີ່ຕິດແທດຕົວຈິງດັ່ງກ່າວໄດ້ຮັບການຍອມຮັບຢ່າງກວ້າງຂວາງຈາກລັດຖະບານ ແລະ ປະຊາຊົນຂອງບັນດາປະເທດຢູ່ລຽບຕາມແມ່ນໍ້າຂອງ.

ກິດຈະກໍາ “ສາຍຮູບເງົາກາງແຈ້ງ” ຍັງຈະສືບຕໍ່ຕິດຕາມທີມລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ເດີນທາງໄປຍັງບ້ານ, ທ່າເຮືອ ແລະ ສະຖານທີ່ຕ່າງໆ ຕາມລ່ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເພື່ອສາຍຮູບເງົາຫຼາຍຄັ້ງໃຫ້ແກ່ຜູ້ຊົມໃນປະເທດດັ່ງກ່າວໂດຍບໍ່ເສຍຄ່າເຂົ້າຊົມ.

ແຫຼ່ງຂ່າວຈາກ: CGTN