ການ​ລາ​ດຕະ​ເວນ​ຮ່ວມ​ເພື່ອບັງ​ຄັບ​ໃຊ້​ກົດ​ໝາຍ​ຕາມ​ລຳ​ແມ່​ນ້ຳ​ຂອງຈີນ-ລາວ-ມຽນ​ມາ-ໄທ ຄັ້ງ​ທີ 169 ສິ້ນ​ສຸດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ

CRI,    October 10, 2026
Size:

ວັນທີ 2 ຕຸລານີ້, ເຮືອລາຕະເວນ 53108 ຂອງຈີນໄດ້ເດີນທາງກັບຄືນປະເທດຢ່າງສະດວກ, ຈອດຢູ່ທ່າເຮືອຕຳຫຼວດຈິງຮ່າກິ່ງແຂວງສິບສອງພັ່ນນາແຂວງຢຸນນານຈີນຢ່າງປອດໄພ, ເປັນຂີດໝາຍສະແດງໃຫ້ເຫັນວ່າ ການລາດເວນຮ່ວມ ເພື່ອບັງຄັບໃຊ້ກົດໝາຍຕາມລຳແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄັ້ງທີ 169 ທີ່ດຳເນີນມາເປັນເວລາ 12 ວັນໄດ້ສິ້ນສຸດລົງດ້ວຍຜົນສຳເລັດຢ່າງຈົບງາມ. 

ໃນໄລຍະປະຕິບັດງານ, ພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດປະຕິບັດຕາມຄວາມຮັບຮູ້ທີ່ເປັນເອກະພາບກັນ, ສຸມໃສ່ຄວາມສ່ຽງ ແລະ ໄພອັນຕະລາຍບົ່ມຊ້ອນແຫ່ງອາຊະຍາກຳຂ້າມຊາດທີ່ພົ້ນເດັ່ນ ເຊັ່ນ: ການຈໍລະຈອນແບບຜິດກົດໝາຍຂອງສານເຄມີທີ່ສາມາດຜະລິດຢາເສບຕິດໄດ້, ການຄ້າຂາຍເຖື່ອນຂ້າມຊາດ, ການລັກລອບເຂົ້າອອກເມືອງແບບຜິດກົດໝາຍ ແລະອື່ນໆ, ດຳເນີນການປ້ອງກັນຄວບຄຸມຢ່າງຖືກເປົ້າໝາຍ ແລະ ປັບປຸງແກ້ໄຂສະເພາະກິດ. ໄດ້ຈັດການລາດຕະເວນຮ່ວມໂດຍແບ່ງເປັນຫຼາຍຕອນຈຳນວນ 11 ເທື່ອຕາມລຳດັບ, ການກວດກາຮ່ວມທາງນ້ຳ ແລະ ທາງບົກ 10 ເທື່ອ, ກວດກາເຮືອ ແລະ ກຳປັ່ນ 48 ລຳ, 283 ຄົນ, ສິນຄ້າຊະນິດຕ່າງໆ 9,200 ກວ່າໂຕນ, ເຊິ່ງໄດ້ນາບຂູ່ອາຊະຍາກຳຊະນິດຕ່າງໆຢູ່ຕາມລ້ອງແມ່ນ້ຳຢ່າງແຂງແຮງ, ແລະໄດ້ຮັກສາຄວາມເປັນລະບຽບຂອງການເດີນເຮືອຕາມລຳແມ່ນ້ຳ.