ເລີ່ມ​ຕົ້ນ​ການເຄື່ອນ​ໄຫວ​ລາດ​ຕະ​ເວນ​ຮ່ວມ​ເພື່ອບັງ​ຄັບ​ໃຊ້​ກົດ​ໝາຍ​ຕາມ​ລຳ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ-ລາວ-ໄທ-ມຽນ​ມາ ຄັ້ງ​ທີ 169

CRI,    September 28, 2026
Size:

ອີງຕາມຂ່າວຈາກພະແນກປ້ອງກັນຄວາມສະຫງົບແຂວງຢຸນນານຈີນໃຫ້ຮູ້ວ່າ: ເວລາ 9 ໂມງຂອງວັນທີ 21 ກັນຍານີ້, ໄດ້ເລີ່ມຕົ້ນການເຄື່ອນໄຫວລາດຕະເວນຮ່ວມເພື່ອບັງຄັບໃຊ້ກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ໄທ-ມຽນມາ ຄັ້ງທີ 169. 

ການເຄື່ອນໄຫວຄັ້ງນີ້ຈະລາດຕະເວນແບບແບ່ງເປັນຕອນ ແລະ ການກວດກາຮ່ວມກັນທາງບົກ-ທາງນ້ຳຕໍ່ເສັ້ນທາງນ້ຳທີ່ສຳຄັນ, ເຂດນ່ານນ້ຳທີ່ອັນຕະລາຍ, ທ່າເຮືອແຄມແມ່ນ້ຳ ແລະ ທ່າເຮືອຂ້າມຟາກຂອງນ້ຳທີ່ເປັນສາຂາຂອງແມ່ນ້ຳຂອງ. ເຮືອລາດຕະເວນຈີນ 53108 ຍັງຈະປະຈຳຢູ່ຈຸດປະສານງານຂອງລາວ, ດຳເນີນການຝຶກອົບຮົມຮ່ວມກັບພາກສ່ວນບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງໃນລາວ ແລະ ມຽນມາຢູ່ເຂດນ່ານນ້ຳຈາກຊຽງແສນປະເທດໄທ ຫາ ໂຊເລປະເທດມຽນມາ. 

ຕາມຂ່າວແຈ້ງວ່າ: ໃນໄລຍະປະຕິບັດງານຄັ້ງນີ້, ໜ່ວຍງານລາດຕະເວນຮ່ວມ ແລະ ບັງຄັບໃຊ້ກົດໝາຍຍັງຈະຕິດຕາມກວດກາອາຊະຍາກຳຂ້າມຊາດທີ່ກ່ຽວຂ້ອງ, ເພີ່ມທະວີການຄຸ້ມຄອງເຂດນ່ານນ້ຳທີ່ສຳຄັນ ແລະ ການກວດກາຄວາມສ່ຽງດ້ານຄວາມປອດໄພທີ່ອາດຈະເກີດຂຶ້ນໃນເສັ້ນທາງນ້ຳ, ສຸມກຳລັງປົກປ້ອງຄວາມໝັ້ນຄອງຂອງການຂົນສົ່ງ ແລະ ສະຖຽນລະພາບທາງສັງຄົມຢູ່ເຂດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.