ປິດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 23

CRI,    September 23, 2026
Size:

ວັນທີ 21 ກັນຍານີ້, ກອງປະຊຸມຖະແຫຼງຂ່າວປິດງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 23 ໄດ້ຈັດຂຶ້ນຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ. ງານວາງສະແດງຄັ້ງນີ້ໄດ້ຈັດຂຶ້ນເປັນເວລາ 5 ວັນ ດ້ວຍຮູບແບບການເຊື່ອມໂຍງ 3 ພື້ນທີ່ຈັດງານ ຄື: ສະຖານທີ່ຫຼັກໜານໜິງ, ເຂດຊຸມຊົນໜານ A ແລະ ສະຖານທີ່ສຳຮອງນະຄອນກຸ້ຍຫຼິນ, ມີເນື້ອທີ່ການວາງສະແດງທັງໝົດ 170,000 ຕາແມັດ, ໄດ້ເຕົ້າໂຮມວິສາຫະກິດ 3,432 ແຫ່ງຈາກ 73 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ຈຳນວນຜູ້ເຂົ້າທ່ຽວຊົມພື້ນທີ່ການວາງສະແດງທັງສາມສະຖານທີ່ດັ່ງກ່າວມີຫຼາຍກວ່າ 350,000 ຄົນ ເຊິ່ງເປັນສະຖິຕິສູງສຸດໃນປະຫວັດສາດ. 

ໃນເຂດວາງສະແດງພິເສດ AI ຢູ່ເຂດຊຸມຊົນໜານ A ຂອງງານວາງສະແດງຄັ້ງນີ້ໄດ້ບັນລຸເຈດຈຳນົງການຮ່ວມມືເກືອບ 100 ສະບັບລວມຍອດມູນຄ່າປະມານ 2 ຕື້ຢວນ, ໃນນັ້ນ ມີເຈດຈຳນົງການຮ່ວມມືກັບອາຊຽນຫຼາຍກວ່າ 1 ຕື້ຢວນ.

ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 24 ໄດ້ກຳນົດໃນເບື້ອງຕົ້ນວ່າຈະຈັດຂຶ້ນລະຫວ່າງວັນທີ 17-21 ເດືອນກັນຍາປີ 2027 ໂດຍແມ່ນສິງກະໂປຈະເປັນປະເທດກິຕິມະສັກ.