ເປີດສັບປະດາການອອກແບບອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026 ຢູ່ນະຄອນໜານໜິງ

CRI,    September 22, 2026
Size:

ວັນທີ 18 ກັນຍານີ້, ພິທີເປີດສັບປະດາການອອກແບບອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026 ໄດ້ຈັດຂຶ້ນຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜ່າຈວ້າງກວາງຊີຂອງຈີນພາຍໃຕ້ຫົວຂໍ້ “ເຊື່ອມໂຍງອາຊຽນດ້ວຍຄວາມອັດສະລິຍະ, ການສ້າງສັນຮ່ວມກັນຜ່ານການອອກແບບ” ໂດຍມີຈຸດປະສົງເພື່ອລົງເລິກການຮ່ວມມືໃນຂົງເຂດການອອກແບບລະຫວ່າງຈີນ-ອາຊຽນ, ສົ່ງເສີມການເຊື່ອມໂຍງເຂົ້າກັນແບບແມ່ນຢໍາລະຫວ່າງອຸດສາຫະກໍາ, ຊຸກຍູ້ການເຊື່ອມໂຍງລະຫວ່າງປັນຍາປະດິດ ແລະ ການອອກແບບອຸດສາຫະກໍາໃຫ້ເຂົ້າສູ່ລວງເລິກ ເພື່ອເພີ່ມຂີດຄວາມສາມາດໃຫ້ແກ່ການພັດທະນາແບບປະດິດສ້າງໃໝ່ຂອງອຸດສາຫະກໍາ.

    ສັບປະດາຄັ້ງນີ້ຈະດໍາເນີນໄປຮອດວັນທີ 21 ກັນຍານີ້ ແລ ພາຍຫຼັງສັບປະດານີ້ສິ້ນສຸດລົງຍັງຈະຈັດກິດຈະກໍາຕ່າງໆ ເຊັ່ນ: ກິດຈະກໍາແລກປ່ຽນທາງດ້ານວິຊາການ, ກິດຈະກໍາສໍາຜັດກັບການອອກແບບໃນອະນາຄົດດ້ວຍປັນຍາປະດິດ, ການວາງ ສະແດງຜົນງານການອອກແບບອຸດສາຫະກໍາດີເດັ່ນໃນງານວາງສະແດງສິນຄ້າຈີນ-ອາຊຽນ ແລະອື່ນໆ.