ເປີດ​ສັບ​ປະ​ດາ​ໂຄງ​ການ​ພັດ​ທະ​ນາ​ຊາວ​ໜຸ່ມ​ຈີນ-ອາ​ຊຽນ

CRI,    September 21, 2026
Size:

ວັນທີ 19 ກັນຍານີ້, ພິທີເປີດສັບປະດາໂຄງການພັດທະນາຊາວໜຸ່ມຈີນ-ອາຊຽນໄດ້ຈັດຂຶ້ນຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ໂດຍມີຫົວໜ້າອົງການຈັດຕັ້ງຊາວໜຸ່ມ ແລະ ຜູ້ຕາງໜ້າໂຄງການພັດທະນາຊາວໜຸ່ມຈາກຈີນ ແລະ ບັນດາປະເທດສະມາຊິກອາຊຽນປະມານ 120 ຄົນເຂົ້າຮ່ວມ. 

ທ່ານທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວກ່າວວ່າ: ສັບປະດາໂຄງການດັ່ງກ່າວແມ່ນເວທີອັນລ້ຳຄ່າສຳລັບຊາວໜຸ່ມໃນການແລກປ່ຽນຄວາມຄິດ ແລະ ຮ່ວມກັນເສີມສ້າງວິໄສທັດໃໝ່ສຳລັບອະນາຄົດ. ພາຍໃຕ້ສະພາບການຂອງໂລກ ແລະ ພາກພື້ນມີການປ່ຽນແປງຢ່າງວ່ອງໄວ, ການພັດທະນາຂອງຊາວໜຸ່ມ ແລະ ການເພີ່ມທະວີການພົວພັນລະຫວ່າງຈີນ-ອາຊຽນຄວນຖືກເບິ່ງວ່າເປັນຄວາມພະຍາຍາມທີ່ມີຄວາມໝາຍທາງຍຸດທະສາດ ແລະ ຕໍ່ເນື່ອງ.

ສັບປະດາໂຄງການໄດ້ຄັດເລືອກໂຄງການພັດທະນາຊາວໜຸ່ມ 50 ກວ່າໂຄງການຈາກຈີນ ແລະ ບັນດາປະເທດສະມາຊິກອາຊຽນ ເພື່ອຊຸກຍູ້ການຮ່ວມມືຕົວຈິງລະຫວ່າງຊາວໜຸ່ມຈີນກັບອາຊຽນ ໂດຍຜ່ານຮູບການຕ່າງໆ ເຊັ່ນ: ການຝຶກອົບຮົມຈາກຄູອາຈານ, ການທົດລອງໂຄງການ, ການແບ່ງປັນກໍລະນີສຶກສາ ແລະ ການຈັບຄູ່ໂຄງການເປັນຕົ້ນ.