ໄຂ​ງານ​ວາງ​ສະ​ແດງ​​ສິນ​ຄ້າຈີນ-ອາ​ຊຽນ​ຄັ້ງ​ທີ 23 ໃນ​ວັນ​ທີ 17 ກັນ​ຍາ​ນີ້

CRI,    September 18, 2026
Size:

    

 ວັນທີ 17 ກັນຍານີ້, ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 23 ໄດ້ໄຂຂຶ້ນຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນ ໂດຍມີວິສາຫະກິດຫຼາຍກວ່າ 3,400 ແຫ່ງຈາກ 70 ກວ່າປະເທດແລະເຂດແຄວ້ນເຂົ້າຮ່ວມ, ຕີມໍເລັສເຕໄດ້ເຂົ້າຮ່ວມງານເປັນຄັ້ງທຳອິດໃນຖານະເປັນຜູ້ຮ່ວມຈັດງານ,ນີ້ແມ່ນເປັນຄັ້ງທຳອິດທີ່ 11 ປະເທດສະມາຊິກອາຊຽນໄດ້ມາເຕົ້າໂຮມກັນຢູ່ນະຄອນໜານໜິງຫຼັງຈາກອາຊຽນໄດ້ເພີ່ມປະເທດຕີມໍເລັສເຕເຂົ້າເປັນສະມາຊິກ.

      ງານວາງສະແດງສິນຄ້າຈີນ-ອາຊຽນໃນປີນີ້ຍັງໄດ້ຕັ້ງເຂດວາງສະແດງຕາມຄວາມຕ້ອງການຂອງປະເທດສະມາຊິກອາຊຽນເປັນຄັ້ງທຳອິດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈັບຄູ່ວິສາຫະກິດທີ່ແມ່ນຢຳຜ່ານເວທີອັດສະລິຍະ. ຂະນະດຽວກັນ, ກອງປະຊຸມສຸດຍອດການຄ້າແລະການລົງທຶນຈີນ-ອາຊຽນຄັ້ງທີ 23 ກໍ່ເລີ່ມຈັດຂຶ້ນຢູ່ນະຄອນໜານນິງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນໃນວັນທີ 17 ກັນຍານີ້.