
ວັນທີ 8 ກັນຍານີ້, ຊຸດຝຶກອົບຮົມເສດຖະກິດດີຈີຕອນຂອງໂຄງການພັດທະນາຜູ້ນຳຊາວໜຸ່ມຈີນ-ອາຊຽນທີ່ຈັດໂດຍກອງເລຂາງານວາງສະແດງຈີນ-ອາຊຽນ ໄດ້ໄຂຂຶ້ນຢູ່ນະຄອນໜານໜິງ ເຂດກວາງຊີຈີນ ໂດຍມີສຳມະນາກອນປະມານ 40 ຄົນທີ່ມາຈາກ 9 ປະເທດສະມາຊິກອາຊຽນເຂົ້າຮ່ວມ.
ຜູ້ຕາງໜ້າສຳມະນາກອນຈາກລາວ ກ່າວວ່າ: ພວກເຮົາຫວັງວ່າຈະໄດ້ຮຽນຮູ້ເຕັກໂນໂລຊີດີຈີຕອນ, ຕົວເມືອງອັດສະລິຍະ, ການທະນາຄານດີຈີຕອນ ແລະ ບົດຮຽນດ້ານການພັດທະນາອຸດສາຫະກຳປັນຍາປະດິດຂອງຈີນຢ່າງເຕັມທີ່ໃນໄລຍະຈັດຊຸດສຳມະນາຄັ້ງນີ້ ເພື່ອຖອດຖອນຜົນສຳເລັດຕົວຈິງຂອງຄູ່ຮ່ວມມືໃນພາກພື້ນ ແລະ ຊ່ວຍຊຸກຍູ້ການຮ່ວມມືຈີນ-ອາຊຽນ.
ຕາມຂ່າວແຈ້ງວ່າ: ຊຸດຝຶກອົບຮົມເສດຖະກິດດີຈີຕອນຄັ້ງນີ້ດຳເນີນດ້ວຍຮູບແບບການສອນຢູ່ຫ້ອງຮຽນປະສົມກັບການທັດສະນະສຶກສາຢູ່ພາກສະໜາມ ເຊິ່ງຈະດຳເນີນເປັນເວລາ 14 ວັນ. ສຳມະນາກອນຈະໄດ້ຮຽນຮູ້ ແລະ ທັດສະນະສຶກສາຢູ່ນະຄອນໜານໜິງ, ນະຄອນກຸ້ຍຫຼິນ ເຂດກວາງຊີ ແລະ ນະຄອນຫວຍຮວ້າ ແຂວງຫູໜານຂອງຈີນ ເພື່ອຮ່ວມກັນຄົ້ນຫາເສັ້ນທາງໃໝ່ແຫ່ງການຮ່ວມມືດ້ານເສດຖະກິດດີຈີຕອນຈິນ-ອາຊຽນ.