
ງານມະຫະກຳການຄ້າການບໍລິການສາກົນຈີນປີ 2026 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນລະຫວ່າງວັນທີ 9 ຫາ 13 ກັນຍານີ້, ທ່ານຕານກາຮິງ ປະທານສະຖາບັນຄົ້ນຄວ້າຍຸດທະສາດພາກພື້ນ ເຊິ່ງເປັນຄັງສະໝອງມາເລເຊຍ ທັງເປັນສະມາຊິກລັດຖະສະພາມາເລເຊຍ ທີ່ຈະນຳພາຄະນະໄປເຂົ້າຮ່ວມງານຢູ່ຈີນກ່າວວ່າ: ປັດຈຸບັນ, ການຄ້າການບໍລິການມີຄວາມສາມາດບົ່ມຊ້ອນອັນມະຫາສານ, ງານມະຫະກຳການຄ້າການບໍລິການສາກົນຈີນສາມາດເສີມຂະຫຍາຍບົດບາດທີ່ເປັນຂົວຕໍ່ ເພື່ອຊ່ວຍເຫຼືອວິສາຫະກິດມາເລເຊຍຄົ້ນພົບພະລັງຂັບເຄື່ອນການເຕີບໂຕໃໝ່.
ທ່ານຕານກາຮິງກ່າວຕື່ມວ່າ: ຄຽງຄູ່ກັບເສດຖະກິດດິຈີຕອນ, ປັນຍາປະດິດ ແລະ ອຸດສາຫະກຳສີຂຽວ ແລະ ກາກບອນຕ່ຳໄດ້ຮັບການພັດທະນາຢ່າງວ່ອງໄວ, ການຄ້າການບໍລິການກຳລັງກາຍເປັນສາຍພານໃໝ່ໃນການລົງເລິກການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບອາຊຽນ. ການຄ້າການບໍລິການຂອງຈີນໄດ້ຮັບການພັດທະນາຢ່າງວ່ອງໄວ ໃຫ້ເປັນບົດຮຽນທີ່ດີໃແກ່ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້, ໄດ້ສ້າງໂອກາດໃໝ່ໃຫ້ແກ່ການຍົກລະດັບຂອງວິສາຫະກິດທ້ອງຖິ່ນ, ການບຳລຸງສ້າງຊາວໜຸ່ມຜູ້ມີຄວາມຮູ້ຄວາມສາມາດ ແລະ ການຍົກສູງຄຸນນະພາບຂອງເສດຖະກິດພາກພື້ນ.