ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ສຸມ​ໃສ່​ຄອງ​​ໃຫຍ່​ຜິງ​ລູ

CRI,    September 10, 2026
Size:

ກິດຈະກຳສື່ມວນຊົນຕ່າງປະເທດເກັບກຳຂ່າວຢູ່ກວາງຊີປີ 2026 ໄດ້ສຳເລັດລົງຢ່າງຈົບງາມຢູ່ນະຄອນໜານໜິງເຂດກວາງຊີຈີນ ໂດຍມີສື່ມວນຊົນຕ່າງປະເທດ 26 ສຳນັກ, ນັກຂ່າວ ແລະ ຜູ້ທີ່ໄດ້ຮັບຄວາມນິຍົມສູງທາງອິນເຕີເນັດ ຫຼື ເນັດໄອດໍ 34 ຄົນຈາກຫຼາຍປະເທດສະມາຊິກອາຊຽນ ລວມທັງສ.ເກົາຫຼີ ແລະເຂດຮົງກົງ ແລະ ມາເກົາຂອງຈີນໄດ້ໄປເກັບກຳຂ່າວຢູ່ເຂດກວາງຊີ ແລະ ສຸມໃສ່ການລາຍງານຂ່າວກ່ຽວກັບຄອງໃຫຍ່ຜິງລູ ເຊິ່ງເປັນໂຄງການສະຕະວັດ ເພື່ອສຳຜັດກັບໂອກາດໃໝ່ແຫ່ງການເຊື່ອມໂຍງເຊື່ອມຈອດ ແລະ ການຮ່ວມມືລະຫວ່າງຈີນກັບອາຊຽນ.

ໂດຍຜ່ານການເກັບກຳຂ່າວເປັນເວລາຫຼາຍມື້, ສື່ມວນຊົນຕ່າງປະເທດໄດ້ສຳຜັດກັບຄວາມມີຊີວິດຊີວາຂອງກວາງຊີທີ່ເປີດປະຕູສູ່ອາຊຽນ,ໄດ້ເປັນສັກຂີພິຍານໃຫ້ແກ່ການສ້າງຄອງໃຫຍ່ໄດ້ລົງເລິກການຮ່ວມມືລະຫວ່າງລັດຖະບານ, ວິສາຫະກິດ ແລະ ປະຊາຊົນລະຫວ່າງສອງຝ່າຍ. ນັກຂ່າວສື່ມວນຊົນຕ່າງປະເທດຫຼາຍທ່ານກ່າວວ່າ:ຈະລາຍງານຂ່າວກ່ຽວກັບຄຸນຄ່າຂອງຄອງໃຫຍ່ແລະໂອກາດເປີດປະຕູສູ່ພາຍນອກຂອງເຂດກວາງຊີເພື່ອດູດວິສາຫະກິດຈາກອາຊຽນມາລົງທຶນຢູ່ຕະຫຼາດພາກຕາເວັນຕົກສຽງໃຕ້ຂອງຈີນໃຫ້ຫຼາຍກວ່າເກົ່າ.