
ວັນທີ 31 ສິງຫານີ້, ສິນຄ້າຕ່າງປະເທດສຳລັບວາງສະແດງຊຸດທຳອິດທີ່ນຳເຂົ້າມາຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 23 ໄດ້ຖືກຂົນສົ່ງໄປຮອດສູນການປະຊຸມແລະງານວາງສະແດງສາກົນນະຄອນໜານນິງ.

ສິນຄ້າຊຸດດັ່ງກ່າວມາຈາກ 59 ຜູ້ວາງສະແດງໃນປະເທດມາເລເຊຍ ແລະ ໄທ, ປະກອບມີອາຫານທ້ອງຖິ່ນ, ເຄື່ອງໃຊ້ສອຍ, ກະເປົາຖື, ກະເປົາເດີນທາງ ແລະ ອື່ນໆ, ລວມມີ 1,945 ໜ່ວຍ, ນ້ຳໜັກ 16.33 ໂຕນ.
ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 23 ຈະຈັດຂຶ້ນໃນລະຫວ່າງວັນທີ 17-21 ກັນຍາໜ້ານີ້ ທີ່ນະຄອນໜານນິງ ເຂດກວາງຊີຈີນ. ງານວາງສະແດງເທື່ອນີ້ໄດ້ປັບປຸງນະໂຍບາຍຜ່ອນຜັນດ້ານພາສີສຳລັບສິນຄ້າວາງສະແດງໃຫ້ດີຂຶ້ນ, ໂດຍໄດ້ເພີ່ມປະເພດສິນຄ້າທີ່ໄດ້ຮັບການຍົກເວັ້ນພາສີຫຼາຍຂຶ້ນ.