
ວັນທີ 16 ມັງກອນ 2026, ງານຕະຫຼາດນັດສິນຄ້າຕ່ອງໂສ້ການສະໜອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຫຼື LM 2026 ແລະ ເວທີເປິກສາຫາລືການຮ່ວມມືເສດຖະກິດ “ໜຶ່ງແລວ ໜຶ່ງເສັ້ນທາງ” · LM (ຢູນນານ) ໄດ້ໄຂຂຶ້ນຢູ່ນະຄອນຄຸນໝິງ ໂດຍໄດ້ນຳໃຊ້ຮູບແບບສອງງານ ຄື “ງານຕະຫຼາດນັດ+ເວທີເປິກສາຫາລື” ຢ່າງປະດິດສ້າງໃໝ່ ຊຶ່ງໄດ້ສ້າງເວທີສັງລວມທີ່ລວບລວມຫຼາຍບົດບາດເຂົ້າເປັນອັນໜຶ່ງອັນດຽວກັນ ລວມທັງການວາງສະແດງສິນຄ້າ, ການປະສານງານລະຫວ່າງຜູ້ປະກອບການໃນຂະແໜງການທີ່ກ່ຽວຂ້ອຍ, ການຄົ້ນຄວ້າເປິກສາຫາລືກ່ຽວກັບນະໂຍບາຍ, ການສະໜັບສະໜູນດ້ານການທະນາຄານ ແລະ ການແບ່ງປັນເຕັກໂນໂລຊີ.

ງານຄັ້ງນີ້ໄດ້ດຶງດູດແຂກຜູ້ມີກຽດທັງພາຍໃນ ແລະ ຕ່າງປະເທດຈຳນວນ 780 ກວ່າທ່ານເຂົ້າຮ່ວມ ປະກອບມີຜູ້ຕາງໜ້າຈາກບັນດາປະເທດ LM, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຈາກພາກລັດ, ຊ່ຽວຊານໃນຂະແໜງການທີ່ກ່ຽວຂ້ອງ ແລະ ຜູ້ແທນວິສາຫະກິດຂອງຕ່ອງໂສ້ການສະໜອງ. ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄຳຄິດເຫັນຢ່າງເລິກເຊິ່ງໂດຍປິ່ນອ້ອມ 3 ຫົວຂໍ້ຫຼັກ ຄື “ການປະສານງານ ດ້ານລະບຽບການ, ການເຊື່ອມໂຍງດ້ານຂະແໜງການ ແລະ ການເພີ່ມກຳລັງຂັບເຄື່ອນດ້ວຍການທະນາຄານ”.

ພ້ອມດຽວກັນນີ້, ຍັງໄດ້ຈັດງານຕະຫຼາດນັດສິນຄ້າຕ່ອງໂສ້ການສະໜອງ LM 2026 ຊຶ່ງດຳເນີນໄປເປັນເວລາ 3 ວັນ ແລະ ມວນຊົນສາມາດເຂົ້າຊົມໄດ້ໂດຍບໍ່ເສຍຄ່າ. ງານຕະຫຼາດນັດແມ່ນເນັ້ນໃສ່ການວາງສະແດງສິນຄ້າທີ່ເປັນຮູບປະທຳ ແລະ ລະບົບການບໍລິການ ຊຶ່ງໄດ້ສ້າງເວທີປະສານງານກັນໂດຍກົງ ແລະ ມີປະສິດທິພາບສູງໃຫ້ແກ່ບັນດາວິສາຫະກິດ.