ຈີນ​ແລະ​ອາ​ຊຽນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ສົ່ງ​ອອກ​ຫຸ່​ນ​ຍົນ​ອັດ​ສະ​ລິ​ຍະ

CRI,    September 07, 2026
Size:

   ກອງປະຊຸມລະບົບນິເວດຫຸ່ນຍົນອັດສະລິຍະສູ່ລະດັບໂລກໄດ້ຈັດຂຶ້ນຢູ່ນະຄອນຫຼິວໂຈ່ວເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນໃນລະຫວ່າງວັນທີ28ຫາ29ສິງຫານີ້,ຜູ້ຊ່ຽວຊານແລະຜູ້ຕາງໜ້າດ້ານອຸດສາຫະກຳຫຸ່ນຍົນອັດສະລິຍະຈາກແຫ່ງຕ່າງໆຂອງຈີນລວມທັງແຂກຜູ້ມີກຽດຈາກປະເທດສະມາຊິກອາຊຽນໄດ້ເຕົ້າໂຮມກັນຢູ່ສະຖານທີ່ແຫ່ງນີ້,ເພື່ອຮ່ວມກັນປຶກສາຫາລືກ່ຽວກັບການສ້າງລະບົບນິເວດອຸດສາຫະກຳຫຸ່ນຍົນອັດສະລິຍະແລະການຮ່ວມມືທາງຕະຫຼາດໃນຕ່າງປະເທດທີ່ອວ່າຍໜ້າສູ່ອາຊຽນ. 

       ທ່ານ ວົງປາໂນ ສີປະເສີດ ກົງສຸນໃຫຍ່ລາວປະຈຳນະຄອນໜານນິງເຂດກວາງຊີສະແດງຄວາມຫວັງວ່າລາວແລະຈີນຈະລົງເລິກການຮ່ວມມືໃນຂົງເຂດຫຸ່ນຍົນ. ທ່ານຊີ້ໃຫ້ເຫັນວ່າ: ປັດຈຸບັນ, ລາວກຳລັງໃຫ້ຄວາມສຳຄັນກັບການພັດທະນາປັນຍາປະດິດ,ເສດຖະກິດດິຈີຕອນແລະອຸດສາຫະກຳທີ່ມີວິທະຍາສາດເຕັກໂນໂລຊີທັນສະໄໝ,ຫວັງວ່າວິສາຫະກິດຫຸ່ນຍົນຂອງຈີນຈະເຂົ້າໄປລົງທຶນຢູ່ລາວເພື່ອເພີ່ມທະວີຄວາມສາມາດດ້ານການພັດທະນາເສດຖະກິດຂອງທ້ອງຖິ່ນ,ພ້ອມທັງນຳໃຊ້ສູນຝຶກວິຊາຊີບຫຼູປ່ານແລະໂຄງການສຶກສາວິຊາຊີບອື່ນໆເລັ່ງລັດການບົ່ມເພາະສ້າງບຸກຄະລາກອນດ້ານດິຈີຕອນແລະອັດສະລິຍະຢູ່ທ້ອງຖິ່ນ.

     ໃນໄລຍະກອງປະຊຸມ, “ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມກັນສ້າງເວທີບໍລິການອຸດສາຫະກຳຫຸ່ນຍົນອັດສະລິຍະທີ່ອວ່າຍໜ້າສູ່ອາຊຽນ”ແລະໃບສັ່ງຊື້ເພື່ອສົ່ງອອກແລະໂຄງການຮ່ວມມືຫຼາຍສະບັບໄດ້ຖືກລົງນາມຜ່ານທາງເອເລັກໂຕຣນິກ.