
ຕອນຄ່ຳວັນທີ 28 ສິງຫານີ້, ກິດຈະກຳ “ການສົນທະນາຢູ່ຕົ້ນກຳເນີດແມ່ນ້ຳກ່ຽວກັບແຫຼ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ໄດ້ໄຂຂຶ້ນຢູ່ນະຄອນຊີ່ນິງແຂວງຊິ່ງໄຫຂອງຈີນ.
ຜູ້ຕາງໜ້າຈາກ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເຕົ້າໂຮມກັນຢູ່ຕົ້ນກຳເນີດຂອງແມ່ນ້ຳໃຫຍ່ທັງສາມສາຍເພື່ອຊຸກຍູ້ການຖອດຖອນບົດຮຽນຮ່ວມກັນດ້ານອາລິຍະທຳ,ຊຸກຍູ້ການເຊື່ອມສານທາງດ້ານຈິດໃຈລະຫວ່າງປະຊາຊົນແລະຊ່ວຍສ້າງປະຊາຄົມຮ່ວມຊາຕາກຳປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ມີຄວາມແໜ້ນແຟ້ນກວ່າເກົ່າ.
ໃນໄລຍະກິດຈະກຳ,ຜູ້ຕາງໜ້າຈາກ 6 ປະເທດຈະດຳເນີນການສົນທະນາກັນຢ່າງມີໄມຕີຈິດໃນຫົວຂໍ້ຕ່າງໆເຊັ່ນ:ການພັດທະນາການຮ່ວມມືດ້ານອຸດສາຫະກຳ,ການອະນຸລັກລະບົບນິເວດທຳມະຊາດ,ການອະນຸລັກມໍລະດົກທາງວັດທະນະທຳແລະອື່ນໆ,ແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນ,ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງທຸກຝ່າຍ,ພ້ອມນີ້ຈະດຳເນີນການແລກປ່ຽນໃນຫຼາຍດ້ານຢ່າງເລິກເຊິ່ງໂດຍສຸມໃສ່ການສົນທະນາດ້ານການຮ່ວມມືລະຫວ່າງຊາວໜຸ່ມຢູ່ເຂດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ,ການສົ່ງເສີມການທ່ອງທ່ຽວທາງວັດທະນະທຳ,ການສຳຜັດກັບອາຫານພື້ນເມືອງ,ການວາງສະແດງຜົນງານສິລະປະທີ່ດີເດັ່ນແລະອື່ນໆ.