
ວັນທີ 28 ສິງຫາ 2026, ກິດຈະກຳ “ພົບກັນ•ແລກປ່ຽນກັນ - ການສົນທະນາກ່ຽວກັບການຮ່ວມມືແມ່ນ້ຳລ້ານລ້າງ-ແມ່ນ້ຳຂອງຢູ່ຕົ້ນກຳເນີດແມ່ນ້ຳ” ໄດ້ຈັດຂຶ້ນຢູ່ນະຄອນຊີ່ນິງແຂວງຊິ່ງໄຫຈີນ. ເນື່ອງໃນໂອກາດທີ່ກົນໄກການຮ່ວມມືແມ່ນ້ຳລ້ານລ້າງ-ແມ່ນ້ຳຂອງສ້າງຕັ້ງຂຶ້ນຄົບຮອບ 10 ປີ, ແຂກຜູ້ມີກຽດຈາກວົງການຕ່າງໆຂອງປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເຕົ້າໂຮມກັນຢູ່ຕົ້ນກຳເນີດຂອງແມ່ນ້ຳລ້ານຊ້າງ, ດຳເນີນການສົນທະນາຢ່າງເລິກເຊິ່ງ ໂດຍປິ່ນອ້ອມ 3 ຫົວຂໍ້ ຄື: “ພັດທະນາການຮ່ວມມືດ້ານອຸດສາຫະກຳ, ອະນຸລັກສິ່ງແວດລ້ອມທຳມະຊາດຢູ່ຕົ້ນກຳເນີດແມ່ນ້ຳ ແລະ ສືບທອດມໍລະດົກວັດທະນະທຳຢູ່ຕົ້ນກຳເນີດແມ່ນ້ຳ”, ໄດ້ຫວນຄືນເຖິງຂະບວນການຮ່ວມມືຕະຫຼອດໄລຍະ 10 ປີຜ່ານມາ ແລະ ຄາດຄະເນການພັດທະນາໃນອະນາຄົດ.
ໃນການສົນທະນາກ່ຽວກັບການຮ່ວມມືດ້ານອຸດສາຫະກຳ, ຜູ້ເຂົ້າຮ່ວມມີຄວາມເຫັນໂດຍທົ່ວໄປວ່າ: 6 ປະເທດລ່ອງແມ່ນ້ຳລ້ານລ້າງ-ແມ່ນ້ຳຂອງລ້ວນແຕ່ມີທ່າແຮງດ້ານຊັບພະຍາກອນທີ່ມີເອກະລັກພິເສດຂອງຕົນ, ມີທ່າແຮງດ້ານຕະຫຼາດ ປະຊາກອນ ແລະ ທີ່ຕັ້ງພູມສາດແບບຊ່ວຍຊູຍູ້ໜູນກັນ, ການປະສານງານດ້ານເສດຖະກິດມີຊ່ອງທາງຢ່າງກວ້າງຂວາງ. ຖ້າຊຸກຍູ້ການຄ້າ ແລະ ການລົງທຶນໃຫ້ມີຄວາມສະດວກກວ່າເກົ່າ, ເພີ່ມທະວີການປະສານງານດ້ານຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ, ຈະສາມາດຂຸດຄົ້ນກຳລັງແຮງບົ່ມຊ້ອນດ້ານການພັດທະນາຂອງພາກພື້ນໄດ້ຫຼາຍກວ່າເກົ່າ.
ທ່ານ ສົງຣິດ ຣັດຕະນະດິລົກ ນະບູເກດ ປະທານສະມາຄົມເສດຖະກິດໄທ-ຈີນກ່າວວ່າ: ຄວນອອກແຮງຫັນປ່ຽນສາຍເຊື່ອມຕໍ່ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ກາຍເປັນການໄປມາຫາສູ່ກັນດ້ານການຄ້າທີ່ກວ້າງຂວາງກວ່າເກົ່າ, ການຮ່ວມມືດ້ານການລົງທຶນທີ່ຫຼາກຫຼາຍກວ່າເກົ່າ, ສາຍພົວພັນຄູ່ການຄ້າທີ່ໜັກແໜ້ນກວ່າເກົ່າ ແລະ ມາດຕະການອຳນວຍຄວາມສະດວກດ້ານການຄ້າທີ່ມີປະສິດທິພາບສູງກວ່າເກົ່າ.
ທ່ານ ທິບ ໂຊເພຍຣິດ ຮອງຫົວໜ້າກົມໃຫຍ່ເຂດສະຫງວນແຫ່ງຊາດກະຊວງສິ່ງແວດລ້ອມກຳປູເຈຍກ່າວວ່າ: ຝ່າຍຕ່າງໆຄວນ ລື່ນກາຍໂຄງການໂດດດ່ຽວ, ຄຸ້ມຄອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນຖານະເປັນລະບົບນິເວດທີ່ເຊື່ອມໂຍງເຊື່ອມຈອດກັນຢ່າງເປັນເອ ກະພາບ ຄື: ຈາກປ່າໄມ້ຢູ່ຕົ້ນກຳເນີດແມ່ນ້ຳ ຮອດສາຍສາຂາ, ດິນທາມ, ເຂດນ້ຳຖ້ວມ, ປ່າໄມ້ທີ່ຖືກນ້ຳຖ້ວມ ຈົນຮອດເຂດສາມຫຼ່ຽມປາກແມ່ນ້ຳ.
ທ່ານ ຄຳຮູ ຕຸນາລົມ ຫົວໜ້າສູນຄົ້ນຄວ້າສິ່ງແວດລ້ອມ ແລະ ໝອກຄວັນ ສະຖາບັນຄົ້ນຄວ້າເຕັກໂນໂລຊີຊີວະພາບ ແລະ ລະບົບນິເວດ ກະຊວງກະສິກຳ ແລະ ສິ່ງແວດລ້ອມລາວ ກ່າວວ່າ: ການເພີ່ມທະວີການຮ່ວມມືໃນພາກພື້ນ, ການໂອນເຕັກນິກ ແລະ ການສະໜັບສະໜູນດ້ານເງິນທຶນ, ມີຄວາມໝາຍສຳຄັນຕໍ່ການຮ່ວມກັນຍົກລະດັບຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ໃນພິທີເປີດກິດຈະກຳ, ນັກສິລະປິນທີ່ໃສ່ຊຸດພື້ນເມືອງຂອງ 6 ປະເທດສະແດງການຟ້ອນ.
ທ່ານນາງ ດາງທີຄັນໂຮ ຫົວໜ້າພະແນກຖະແຫຼງຂ່າວກົມຮ່ວມມືສາກົນກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວຫວຽດນາມ ກ່າວວ່າ: ການພົວພັນດ້ານພູມສາດ ເສດຖະກິດ ແລະ ລະບຽບການ ແມ່ນພື້ນຖານແຫ່ງການຮ່ວມມືພາກພື້ນ, ແຕ່ຖ້າຢາກບັນລຸການພົວພັນທີ່ຖາວອນ ແລະ ແໜ້ນແຟ້ນ, ຍັງຕ້ອງເພີ່ມຄວາມເຂົ້າໃຈກັນຕໍ່ຄຸນຄ່າດ້ານວັດທະນະທຳຂອງກັນແລະກັນ.
ທ່ານ ອອງອອງກຽວ ຫົວໜ້າພະແນກກົມບູຮານຄະດີ ແລະ ຫໍພິພິທະພັນແຫ່ງຊາດກະຊວງວັດທະນະທຳ ແລະ ທ່ອງທ່ຽວມຽນມາ ກ່າວວ່າ: ມຽນມາມີມໍລະດົກວັດທະນະທຳດ້ານວັດຖຸ ແລະ ນາມມະທຳທີ່ອຸດົມສົມບູນ, ຫວັງວ່າຈະລົງເລິກການຮ່ວມມືກັບຈີນ ກໍຄືປະເທດອື່ນໃນລ່ອງແມ່ນ້ຳລ້ານລ້າງ-ແມ່ນ້ຳຂອງ.
ທ່ານ ເສີນຢາງ ອະດີດຮອງຫົວໜ້າວິສະວະກອນສະຖາບັນຄົ້ນຄວ້າມໍລະດົກວັດທະນະທຳຈີນຊີ້ໃຫ້ເຫັນວ່າ: 6 ປະເທດສາມາດຮ່ວມກັນດຳເນີນການຄົ້ນຄວ້າໃນຫຼາຍວິຊາການ ເຊັ່ນ: ວັດທະນະທຳປະຫວັດສາດ, ມໍລະດົກວັດທະນະທຳດ້ານວັດຖຸ ແລະ ນາມມະທຳ, ທິວທັດທຳມະຊາດ ແລະອື່ນໆ, ພ້ອມທັງຄົ້ນຄວ້າການນຳສະເໜີເຂົ້າເປັນມໍລະດົກວັດທະນະທຳຮ່ວມກັນຢູ່ບົນພື້ນຖານດັ່ງກ່າວ, ເພີ່ມທະວີການແລກປ່ຽນວັດທະນະທຳໃຫ້ກວ້າງຂວາງກວ່າເກົ່າ ແລະ ເລິກເຊິ່ງກວ່າເກົ່າ, ເຮັດໃຫ້ປະຊາຊົນຫຼາຍກວ່າເກົ່າເຂົ້າຮ່ວມການອະນຸລັກ ແລະ ຄຸ້ມຄອງມໍລະດົກວັດທະນະທຳ.
ຈາກ “ການດື່ມນ້ຳຮ່ວມສາຍນ້ຳດຽວກັນ” ຮອດ “ຫຼາຍຂົງເຂດກ້າວໄປຂ້າງໜ້າຢ່າງພ້ອມພຽງກັນ”, ໃນຕະຫຼອດໄລຍະ 10 ປີຜ່ານມາ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງບໍ່ພຽງແຕ່ເຮັດໃຫ້ສາຍພົວພັນດ້ານເສດຖະກິດລະຫວ່າງ 6 ປະເທດນັບມື້ນັບແໜ້ນແຟ້ນກວ່າເກົ່າເທົ່ານັ້ນ, ຍັງເຮັດໃຫ້ປະຊາຊົນຂອງປະເທດລຽບຕາມແມ່ນ້ຳມີຄວາມເຂົ້າໃຈກັນ ແລະ ມິດຕະພາບເພີ່ມຂຶ້ນເລື້ອຍໆ.

ພິທີເຊັນສັນຍາ
ໃນໄລຍະຈັດກິດຈະກຳ, 6 ປະເທດຍັງໄດ້ບັນລຸສັນຍາການຮ່ວມມືຫຼາຍສະບັບໃນຫຼາຍຂົງເຂດ ເຊັ່ນ: ກິລາ, ກິ່ງແຂວງ ແລະ ນະຄອນມິດຕະພາບ, ສື່ມວນຊົນ ແລະອື່ນໆ, ໂດຍເພີ່ມທະວີຄວາມກວ້າງຂວາງ ແລະ ຄວາມເລິກເຊິ່ງຂອງການຮ່ວມມືພາກພື້ນຕື່ມອີກ. ໂດຍປິ່ນອ້ອມຫົວຂໍ້ “ພົບກັນ•ແລກປ່ຽນກັນ”, ກິດຈະກຳຄັ້ງນີ້ ໄດ້ນຳໃຊ້ຫຼາຍຮູບແບບ ເຊັ່ນ: ງານລາຕີສິລະປະວັດທະນະທຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ການສົນທະນາລະຫວ່າງຊາວໜຸ່ມ, ການວາງສະແດງຮູບຖ່າຍດີເດັ່ນ, ການທັດສະນະສຶກສາຂອງນັກຂ່າວ ແລະ ບຸກຄົນຜູ້ມີຊື່ສຽງທາງອອນລາຍ ແລະອື່ນໆ, ຊຶ່ງໄດ້ສ້າງເວທີທີ່ອຸດົມສົມບູນກວ່າເກົ່າໃຫ້ແກ່ປະຊາຊົນ 6 ປະເທດ ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ເສີມສ້າງມິດຕະພາບເຊິ່ງກັນແລະກັນ.