
ວັນທີ 28 ສິງຫານີ້, ການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທຄັ້ງທີ 168 ໄດ້ສໍາເລັດລົງຢ່າງຈົບງາມ. ມາຮອດປັດຈຸບັນ, ເຮືອ ແລະ ເຈົ້າໜ້າທີ່ປະຕິບັດກົດໝາຍທັງໝົດທີ່ເຂົ້າຮ່ວມການເຄື່ອນໄຫວຄັ້ງນີ້ໄດ້ກັບຄືນຢ່າງປອດໄພ.

ຕາມຂ່າວແຈ້ງວ່າ: ໃນໄລຍະດໍາເນີນການເຄື່ອນໄຫວດັ່ງກ່າວ, ຈີນ ແລະ ລາວຍັງໄດ້ຈັດກິດຈະກໍາການກຸສົນຢູ່ບ້ານແຫ່ງໜຶ່ງຂອງລາວທີ່ຢູ່ລຽບຕາມແມ່ນໍ້າຂອງ ໂດຍໄດ້ບໍລິຈາກເຄື່ອງນຸ່ງຫົ່ມ, ປຶ້ມ ແລະ ເຄື່ອງໃຊ້ຕ່າງໆໃນຊີວິດປະຈໍາວັນໃຫ້ແກ່ປະຊາຊົນ, ເຍົາວະຊົນ ແລະ ເດັກນ້ອຍຂອງທ້ອງຖິ່ນດັ່ງກ່າວ ເຊິ່ງໄດ້ຮັບຄວາມຍ້ອງຍໍຊົມເຊີຍໃນລະດັບສູງຈາກຊາວບ້ານທ້ອງຖິ່ນ.