
ວັນທີ1ກັນຍານີ້,ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໄດ້ແຈ້ງໃຫ້ຮູ້ກ່ຽວກັບສະພາບການຮ່ວມມືດ້ານເສດຖະກິດການຄ້າຈີນ-ອາຊຽນ ກໍຄື ສະພາບການທີ່ກ່ຽວຂ້ອງກັບງານວາງສະແດງສິນຄ້າລະຫວ່າງຈີນ-ອາຊຽນ, ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນຈີນ-ອາຊຽນຄັ້ງທີ 23.
ກອງປະຊຸມແຈ້ງໄດ້ໃຫ້ຮູ້ວ່າ, ປີ 2025, ຍອດມູນຄ່າການຄ້າຈີນ-ອາຊຽນ ທະລຸ ພັນຕື້ໂດລາເປັນຄັ້ງທຳອິດໂດຍບັນລຸເຖິງ 1,050 ຕື້ໂດລາ, ເພີ່ມຂຶ້ນ 7.4% ເມື່ອທຽບໃສ່ປີ 2024. ຈີນໄດ້ຮັກສາຖານະເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນເປັນເວລາ 17 ປີລຽນຕິດ, ຂະນະທີ່ອາຊຽນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນເປັນເວລາ 6 ປີລຽນຕິດ. ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ຍອດມູນຄ່າການຄ້າຈີນ-ອາຊຽນບັນລຸເຖິງ 744.41 ຕື້ໂດລາ, ເພີ່ມຂຶ້ນ 24.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ກວມ 21.8% ຂອງຍອດມູນຄ່າການຄ້າຕ່າງປະເທດຂອງຈີນໃນໄລຍະດຽວກັນ.