ສຳ​ເລັດ​ໂຄງ​ການ “ສົ່ງເສີມ​ບ້ານ​ຕົວ​ແບບ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ດ້ວຍ​ການ​ປະ​ດິດ​ສ້າງ​ໃນ​ເຂດ​ສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ”

CRI,    August 26, 2026
Size:

ວັນທີ 20 ສິງຫານີ້, ພິທີປິດໂຄງການ “ສົ່ງເສີມບ້ານຕົວແບບຫຼຸດຜ່ອນຄວາມທຸກຍາກດ້ວຍການປະດິດສ້າງໃນເຂດສາມຫຼ່ຽມປາກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ເຊິ່ງໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຈັດຂຶ້ນຢູ່ບ້ານໂອປິນຊູ, ຕາແສງ ນຽງດອນ,ແຂວງອີຣະວະດີ ປະເທດມຽນມາ.

ໃນໂອກາດປະກອບຄຳເຫັນ, ທ່ານ ເສີນຕ່ານ, ອຸປະທູດຊົ່ວຄາວສະຖານທູດຈີນປະຈຳມຽນມາ ກ່າວວ່າ: ໃນຊຸມປີຜ່ານມາ, ກອງທຶນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ສະໜັບສະໜູນມຽນມາຈັດຕັ້ງປະຕິບັດໂຄງການຮ່ວມມືຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດແບບ “ໂຄງການນ້ອຍແຕ່ໄດ້ຮັບປະສິດທິຜົນສູງ” ຫຼາຍໂຄງການ, ແລະ ໄດ້ຮັບໝາກຜົນທີ່ດີ. ຈີນຈະສືບຕໍ່ລົງເລິກການຮ່ວມມືທີ່ຕິດແທດຕົວຈິງກັບມຽນມາພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ມຽນມາໃຫ້ບັນລຸໝາກຜົນຫຼາຍຂຶ້ນ

    ມຽນມາ ໄດ້ສະແດງຄວາມຂອບໃຈຕໍ່ຈີນທີ່ສະໜັບສະໜູນການຈັດຕັ້ງປະຕິບັດໂຄງການບ້ານຕົວແບບຫຼຸດຜ່ອນຄວາມທຸກຍາກ, ເຊິ່ງບໍ່ພຽງແຕ່ສ້າງຜົນປະໂຫຍດໃຫ້ແກ່ຊາວບ້ານ 726 ຄົນໃນ180 ຄອບຄົວເທົ່ານັ້ນ, ຍັງເປັນບົດຮຽນທີ່ດີໃຫ້ແກ່ການພັດທະນາຊົນນະບົດໃນເຂດອື່ນໆຂອງມຽນມາອີກດ້ວຍ.