​ວິ​ສາ​ຫະ​ກິດ AI ຂອງ​ຈີນ​ປະ​ມານ​ 100 ແຫ່ງ​ຈະ​ເຂົ້າ​ຮ່ວມ​ງານວ​າງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ

CRI,    August 14, 2026
Size:

ແຫຼ່ງຂ່າວຈາກກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນໃຫ້ຮູ້ໃນວັນທີ 10 ສິງຫານີ້ວ່າ: ວຽກງານກະກຽມເຂດວາງສະແດງປັນຍາປະດິດ ຫຼື AI ຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 23 ໄດ້ກ້າວເຂົ້າສູ່ໄລຍະສຸດທ້າຍແລ້ວ. ເມື່ອຮອດເວລາຈັດງານ, ຈະມີວິສາຫະກິດຕາງໜ້າດ້ານ AI ປະມານ 100 ແຫ່ງເຂົ້າຮ່ວມງານວາງສະແດງດ້ວຍຜົນງານຫຼ້າສຸດຂອງຕົນ ເພື່ອຊ່ວຍຊຸກຍູ້ໃຫ້ທ່າແຮງດ້ານເຕັກໂນໂລຊີຂອງຈີນເຊື່ອມຕໍ່ກັບຄວາມຕ້ອງການຂອງຕະຫຼາດອາຊຽນຢ່າງມີປະສິດທິພາບສູງ.

ເຂດວາງສະແດງຍັງຈະສຸມໃສ່ການວາງສະແດງກໍລະນີດ້ານການຮ່ວມມືທີ່ປະສົບຜົນສຳເລັດໃນການນຳເອົາເຕັກໂນໂລຊີ AI ຂອງຈີນມາຈັດຕັ້ງປະຕິບັດຢູ່ພາກພື້ນອາຊຽນ ພ້ອມດ້ວຍສະພາບການປະຍຸກໃຊ້ໃນຂົງເຂດຕ່າງໆ ເຊັ່ນ: ການເພີ່ມຄວາມສາມາດໃຫ້ແກ່ອຸດສາຫະກຳການຜະລິດ, ການປິ່ນປົວ ແລະ ດູແລສຸຂະພາບ, ກະສິກຳ ແລະອື່ນໆ. ໂດຍຜ່ານຈາກການຈຳລອງສະພາບການປະຍຸກໃຊ້ຕົວຈິງ, ນັກທຸລະກິດຈາກອາຊຽນບໍ່ພຽງແຕ່ຈະສາມາດຮັບຮູ້ແຜນການດ້ານເຕັກໂນໂລຊີໂດຍກົງເທົ່ານັ້ນ, ຍັງຈະສາມາດສຳຜັດກັບປະສົບການໃນການໃຊ້ງານຜະລິດຕະພັນທີ່ກ່ຽວຂ້ອງ ເຊິ່ງສາມາດບັນລຸການເຊື່ອມຕໍ່ໂດຍກົງລະຫວ່າງເຕັກໂນໂລຊີກັບການປະຍຸກໃຊ້ຕົວຈິງ.

ສຳລັບງານວາງສະແດສິນຄ້າຈີນ-ອາຊຽນຄັ້ງທີ 23 ຈະຈັດຂຶ້ນຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໃນລະຫວ່າງວັນທີ 17 ຫາ 21 ກັນຍາໜ້ານີ້.