
ຫວ່າງມໍ່ໆມານີ້, ອົງການພາສີແຫ່ງຊາດຈີນເປີດເຜີຍຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: 7 ເດືອນຕົ້ນປີນີ້, ການຄ້າລະຫວ່າງຈີນ-ອາຊຽນໄດ້ຮັກສາຈັງຫວະການເຕີບໂຕທີ່ແຂງແຮງ ໂດຍບັນລຸເຖິງ 5,140 ຕື້ຢວນ, ເພີ່ມຂຶ້ນ 20% ເຊິ່ງສູງກວ່າລະດັບການຄ້າໂດຍລວມຂອງຈີນໃນໄລຍະດຽວກັນ, ອາຊຽນສືບຕໍ່ຄອງຖານະເປັນຄູ່ການຄ້າໃຫຍ່ອັນດັບ 1 ຂອງຈີນ.

ທ່ານສີໜິງໜິງ ປະທານຄະນະກຳມະການຮ່ວມມືອຸດສາຫະກຳຂອງສັນຍາວ່າດ້ວຍການພົວພັນຄູ່ເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP ໃຫ້ສຳພາດຕໍ່ນັກຂ່າວວ່າ: ນີ້ສະແດງໃຫ້ເຫັນຢ່າງເຕັມທີ່ວ່າ ການຮ່ວມມືດ້ານເສດຖະກິດການຄ້າໃນພາກພື້ນມີທ່າແຮງຊ່ວຍຊູຍູ້ໜູນກັນ. ໂດຍອີງໃສ່ການປັບປຸງການເຊື່ອມໂຍງເຂົ້າກັນດ້ານພື້ນຖານໂຄງລ່າງຂອງພາກພື້ນໃຫ້ນັບມື້ສົມບູນຂຶ້ນ ແລະ ນະໂຍບາຍຕ່າງໆພາຍໃຕ້ຂອບ RCEP ໄດ້ເສີມຂະຫຍາຍບົດບາດນັບມື້ຫຼາຍຂຶ້ນ, ເຄື່ອງກົນຈັກໄຟຟ້າ ແລະ ສິນຄ້າອຸປະໂພກ-ບໍລິໂພກອຸດສາຫະກຳເບົາຂອງຈີນໄດ້ສົ່ງເຂົ້າຕະຫຼາດບັນດາປະເທດສະມາຊິກອາຊຽນຢ່າງຕໍ່ເນື່ອງ. ຄຽງຄູ່ກັບຈີນໄດ້ຍົກລະດັບອຸດສາຫະກຳຂອງຕົນຢ່າງໜັກແໜ້ນ, ຈີນມີຄວາມຕ້ອງການເພີ່ມຂຶ້ນຕໍ່ຜະລິດຕະພັນຕ່າງໆຈາກອາຊຽນ ເຊັ່ນ: ພະລັງງານ, ແຮ່ທາດ, ຜະລິດຕະພັນກະສິກຳທີ່ມີເອກະລັກພິເສດ, ຊິ້ນສ່ວນເອເລັກໂຕຣນິກ ແລະອື່ນໆ ເຊິ່ງຊ່ວຍເສີມສ້າງການຄ້າລະຫວ່າງສອງຝ່າຍຮັກສາຈັງຫວະເພີ່ມຂຶ້ນຢ່າງໜັກແໜ້ນຕໍ່ໄປ.