ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມກັນຕາມແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທ ຄັ້ງທີ 167 ສິ້ນສຸດລົງຢ່າງຈົບງາມ

CRI,    August 05, 2026
Size:

ວັນທີ 31 ກໍລະກົດແລ້ວນີ້, ເຮືອຕຳຫຼວດ 53107 ຂອງຈີນ ທີ່ເຂົ້າຮ່ວມການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມກັນຕາມແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ 167 ໄດ້ຈອດເຂົ້າທ່າຕຳຫຼວດຈິງຮາ ກິ່ງແຂວງສິບສອງພັ່ນນາ ແຂວງຢູນນານຈີນ ເຊິ່ງສະແດງໃຫ້ເຫັນວ່າ ການເຄື່ອນໄຫວດັ່ງກ່າວໄດ້ສຳເລັດລົງຢ່າງຈົບງາມ.

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມກັນຄັ້ງນີ້ ໄດ້ດຳເນີນໄປເປັນເວລາ 12 ມື້, ສີ່ປະເທດ ຈີນ-ລາວ-ມຽນມາ-ໄທ ໄດ້ສົ່ງເຮືອຕຳຫຼວດທັງໝົດ 5 ລຳ ແລະ ຜູ້ບັງຄັບໃຊ້ກົດໝາຍ 170 ຄົນ, ເຊິ່ງມີໄລຍະທາງເດີນເຮືອທັງໝົດ 630 ກວ່າກິໂລແມັດ.