
ຫວ່າງມໍ່ໆມານີ້, ໂດຍຕອບສະໜອງຕາມຄຳເຊີນຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ທູຕານຸທູດປະເທດສະມາຊິກອາຊຽນປະຈຳຈີນ ເຊັ່ນ: ລາວ, ຫວຽດນາມ, ກຳປູເຈຍ, ມຽນມາ, ຟິລິບປິນ ແລະອື່ນໆໄດ້ເດີນທາງໄປເຂດກວາງຊີ ເພື່ອທັດສະນະສຶກສາການກໍ່ສ້າງຄອງພິງລູ້ ແລະ ສຳຜັດກັບໂອກາດໃໝ່ທີ່ເຂດກວາງຊີໃນການລົງເລິກການຮ່ວມມືດ້ານການເຊື່ອມໂຍງເຊື່ອມຈອດລະຫວ່າງຈີນ-ອາຊຽນ.
ຄອງພິງລູ້ແມ່ນໜຶ່ງໃນໂຄງການຫຼັກຂອງຊ່ອງທາງໃໝ່ທາງບົກ-ທາງທະເລພາກຕາເວັນຕົກ, ຫຼັງຈາກກໍ່ສ້າງສຳເລັດ ແລະ ເປີດບໍລິການໃນເດືອນກັນຍາປີ 2026, ຈະຊຸກຍູ້ໃຫ້ພາກຕາເວັນຕົກສຽງໃຕ້ຂອງຈີນເຊື່ອມໂຍງເຂົ້າການຮ່ວມມືຈີນ-ອາຊຽນຕື່ມອີກ.
ທ່ານສົມພອນ ສີຈະເລີນ ເອກອັກຄະລັດຖະທູດລາວປະຈຳຈີນສະແດງຄວາມຫວັງທີ່ຈະຊຸກຍູ້ພື້ນຖານໂຄງລ່າງດ້ານຄົມມະນາຄົມ ເຊິ່ງລວມທັງເສັ້ນທາງລົດໄຟລາວ-ຈີນກັບຄອງພິງລູ້ເພື່ອເຮັດໃຫ້ຊ່ອງທາງໃນລະດັບເຂດແຄວ້ນສາມາດເຊື່ອມໂຍງເຊື່ອມຈອດກັນຫຼາຍກວ່າເກົ່າ.
ທ່ານຟາມແທ່ງບິງ ເອກອັກຄະລັດຖະທູດຫວຽດນາມປະຈຳຈີນກ່າວວ່າ, ການກໍ່ສ້າງໂຄງການດັ່ງກ່າວຈະຊຸກຍູ້ການເຊື່ອມໂຍງເຊື່ອມຈອດລະຫວ່າງຈີນກັບປະເທດສະມາຊິກອາຊຽນ ເຊິ່ງລວມທັງຫວຽດນາມ, ກາຍເປັນແຮງຂັບເຄື່ອນໃໝ່ ແລະ ຈຸດເດັ່ນໃໝ່ທີ່ວ່ອງໄວ ແລະ ເຕີບໂຕຢ່າງຍືນຍົງໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງອາຊຽນກັບຈີນ.