
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດນີ້ຢູ່ນະຄອນຫຼວງມະນີລາຂອງຟິລິບປິນ, ຫຼັງຈາກກອງປະຊຸມສຳເລັດໄດ້ອອກຖະແຫຼງການຮ່ວມ.
ຖະແຫຼງການຮ່ວມໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຍຶດໝັ້ນລັດທິຫຼາຍຝ່າຍ ແລະ ການສົນທະນາຢ່າງຈິງໃຈ, ຊຸກຍູ້ການແກ້ໄຂການປະທະກັນຢູ່ພາກພື້ນຕາເວັນອອກກາງໃຫ້ມີສັນຕິພາບຖາວອນດ້ວຍວິທີທາງການທູດ, ເລັ່ງທວງໃຫ້ບັນດາຝ່າຍຍຸດຕິການເຄື່ອນໄຫວທີ່ເປັນປໍລະປັກກັນໃນທັນທີຢ່າງຮອບດ້ານ. ຖະແຫຼງການໄດ້ເນັ້ນຄືນການປົກປັກຮັກສາເສລີພາບໃນເດີນເຮືອແລະການບິນຜ່ານທາງທະເລຕາມກົດໝາຍສາກົນ, ຮຽກຮ້ອງໃຫ້ຮັບປະກັນການສັນຈອນຂອງກຳປັ່ນແລະເຮືອບິນ ຜ່ານຊ່ອງແຄບສາກົນຢ່າງປອດໄພ, ໂລ່ງລ່ຽນ ແລະ ຕໍ່ເນື່ອງ.
ໃນການຮ່ວມມືດ້ານພະລັງງານ, ສອງຝ່າຍເຫັນດີປຶກສາຫາລືຈະສ້າງຕັ້ງກົນໄກການຮ່ວມມືເພື່ອເພີ່ມທະວີການຮ່ວມມືພາກພື້ນໃນຂົງເຂດຕ່າງໆເຊັ່ນ: ການເຊື່ອມໂຍງເຊື່ອມຈອດຂອງຕ່າຂ່າຍໄຟຟ້າ, ຕ່ອງໂສ້ການສະໜອງພະລັງງານ, ພະລັງງານໝູນວຽນທີ່ສະອາດ, ການປະດິດສ້າງດ້ານເຕັກໂນໂລຊີພະລັງງານ ແລະ ພະລັງງານນີວເຄລຍທາງພົນລະເຮືອນເປັນຕົ້ນ, ສະໜັບສະໜູນແຜນແມ່ບົດການຮ່ວມມືດ້ານພະລັງງານອາຊຽນ(2026-2030), ພ້ອມທັງຈັດສັນຊັບພະຍາກອນດ້ານການລະດົມທຶນທັງພາກລັດແລະເອກະຊົນເພື່ອສະໜັບສະໜູນໂຄງການທີ່ກ່ຽວຂ້ອງ.
ແຫຼ່ງຂ່າວຈາກ: CGTN