ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ​ຈັດຂຶ້ນຢູ່​ນະ​ຄອນຫຼວງ​ມະ​ນີ​ລາ​ປະ​ເທດ​ຟິ​ລິບ​ປິນ

CRI,    July 27, 2026
Size:

ວັນທີ 22 ກໍລະກົດນີ້, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຈີນ-ອາຊຽນໄດ້ຈັດຂຶ້ນຢູ່ ນະຄອນຫຼວງມະນີລາປະເທດຟິລິບປິນ. ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານໂມຮາມັດ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍທີ່ເປັນປະເທດປະສານງານສາຍພົວພັນຈີນ-ອາຊຽນໄດ້ຮ່ວມກັນເປັນປະທານກອງປະຊຸມ, ລັດຖະມົນຕີຕ່າງປະເທດຂອງປະເທດສະມາຊິກອາຊຽນ ແລະ ເລຂາທິການໃຫຍ່ອາຊຽນໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ທ່ານຫວາງຢີ້ກ່າວວ່າ, ຂະບວນການພັດທະນາສາຍພົວພັນຈີນ-ອາຊຽນສະແດງໃຫ້ເຫັນວ່າ, ການເຄົາລົບ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນແມ່ນພື້ນຖານສຳລັບບ້ານໃກ້ເຮືອນຄຽງທີ່ປອງດອງກັນ, ການປະຕິບັດຕໍ່ກັນຢ່າງຈິງໃຈແມ່ນຫຼັກການຂອງການຢູ່ຮ່ວມກັນ, ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແມ່ນພື້ນຖານໃນການສ້າງພາລະກິດໃຫ້ສຳເລັດ, ການເປີດປະຕູສູ່ພາຍນອກ ແລະ ກວມລວມແມ່ນຂໍກຸນແຈສູ່ຄວາມຈະເລີນຮຸ່ງເຮືອງ.

ທ່ານຫວາງຢີ້ໄດ້ສະເໜີຂໍ້ສະເໜີ 4 ຂໍ້ ຄື: ໜຶ່ງ, ຮັກສາສະພາບແວດລ້ອມດ້ານສັນຕິພາບ ແລະ ການພັດທະນາຂອງພາກພື້ນ. ສອງ, ເພີ່ມທະວີຄວາມໝັ້ນໜຽວດ້ານການພັດທະນາຂອງພາກພື້ນ. ສາມ, ຊຸກຍູ້ການພັດທະນາທີ່ມີການປະດິດສ້າງ ແລະ ສີຂຽວ. ສີ່, ຍຶດໝັ້ນຖືຄົນເປັນກົກ.

ທ່ານຫວາງຢີ້ຍັງໄດບັນລະຍາຍກ່ຽວກັບຫຼັກການ ແລະ ຫຼັກໝັ້ນຂອງຈີນໃນບັນຫາທະເລຈີນໃຕ້.

ກອງປະຊຸມດັ່ງກ່າວໄດ້ຮັບຮອງເອົາ “ຖະແຫຼງການຮ່ວມຂອງລັດຖະມົນຕີຕ່າງປະເທດຈີນ ແລະ ອາຊຽນກ່ຽວກັບການຮັບມືກັບຜົນກະທົບຕໍ່ພາກພື້ນຈາກການຜັນແປຂອງສະຖານະການຢູ່ຕາເວັນອອກກາງ ແລະ ເພີ່ມທະວີການຮ່ວມມືດ້ານພະລັງງານໃນພາກພື້ນ”.

ໃນໄລຍະດຳເນີນກອງປະຊຸມ, ທ່ານຫວາງຢີ້ຍັງໄດ້ພົບປະກັບລັດຖະມົນຕີຕ່າງປະເທດຂອງປະເທດທີ່ກ່ຽວຂ້ອງ.