“​ແອ​ເຢັນ” ຂອງ​ຈີນ​ຊ່ວຍ​ບັນ​ດາ​ປະ​ເທດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃ​ຕ້ສູ້​ກັບຄວາມ​ຮ້ອນ​ອົບ​ເອົ້າ

CRI,    July 19, 2026
Size:

ຫວ່າງມໍ່ໆມານີ້, ຫຼາຍປະເທດໃນອາຊີຕາເວັນອອກສຽງໃຕ້ໄດ້ເກີດອາກາດຮ້ອນອົບເອົ້າ ເຊິ່ງເກີດມີຄວາມຕ້ອງການເຄື່ອງໃຊ້ໄຟຟ້າປະເພດແອເຢັນໃນເຮືອນ ແລະ ອາຄານສຳນັກງານຕ່າງໆເພີ່ມຂຶ້ນຢ່າງຫຼວງຫຼາຍ. ໂດຍຜ່ານຈາກການປະດິດສ້າງໃໝ່ດ້ານເຕັກໂລໂນຊີ ແລະ ການຄົ້ນຄວ້າພັດທະນາຜະລິດຕະພັນຢູ່ອາຊີຕາເວັນອອກສຽງໃຕ້, ວິສາຫະກິດຈີນໄດ້ສະໜອງແຜນການຫຼຸດຄວາມຮ້ອນຫຼາຍຮູບແບບໃຫ້ແກ່ປະເທດເຫຼົ່ານີ້. ຜູ້ບໍລິໂພກຊາວອາຊີຕາເວັນອອກສຽງໃຕ້ກ່າວວ່າ: ຜະລິດຕະພັນຈີນໄດ້ຍົກລະດັບຂຶ້ນເລື້ອຍໆ ແລະ ປະຢັດໄຟຟ້າໄດ້ດີ ເຊິ່ງໄດ້ດຶງດູດພວກເຮົາເປັນພິເສດ. ຂໍ້ມູນຕົວເລກສະແດງໃຫ້ເຫັນວ່າ: ອັດຕາສ່ວນຂອງຍີ່ຫໍ້ຈີນໃນຕະຫຼາດເຄື່ອງໃຊ້ໄຟຟ້າໃນເຮືອນ, ອາຄານ ແລະ ສຳນັກງານຕ່າງໆໃນບັນດາປະເທດອາຊີຕາເວັນອອກສຽງໃຕ້ໃນ 5 ປີຜ່ານມາໄດ້ເພີ່ມຂຶ້ນ ແລະ ກວມປະມານ 20%, ໃນນັ້ນ ເຄື່ອງປັບອາກາດໄດ້ເພີ່ມຂຶ້ນຈາກ 16% ເປັນ 27%.

ໃນຂະນະດຽວກັນ, ວິສາຫະກິດຈີນພວມພັດທະນາໄປຕາມຄວາມປ່ຽນແປງໃໝ່ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກທ້ອງຖິ່ນ ແລະ ເລັ່ງຫັນຈາກການຈຳໜ່າຍສິນຄ້າມາເປັນການທຸລະກິດຍີ່ຫໍ້ ເຊັ່ນ: ບໍລິສັດ GREE ຂອງຈີນໄດ້ຮ່ວມມືກັບໂຮງຮຽນຊັ້ນສູງຂອງອິນໂດເນເຊຍ ແລະ ສ້າງຕັ້ງສູນຝຶກອົບຮົມ 16 ແຫ່ງ ເພື່ອບຳລຸງສ້າງນັກວິຊາການໃຫ້ແກ່ອິນໂດເນເຊຍ; ບໍລິສັດ Haier ໄດ້ສ້າງຮ້ານຂາຍຜະລິດຕະພັນທີ່ເປັນຍີ່ຫໍ້ຂອງຕົນ 70 ກວ່າແຫ່ງ. ຍີ່ຫໍ້ຈີນກຳລັງສ້າງຄວາມສະດວກສະບາຍ ແລະ ສຳຜັດຕໍ່ຊີວິດທີ່ດີງາມໃຫ້ແກ່ຜູ້ບໍລິໂພກນບັນດາປະເທດອາຊີຕາເວັນອອກສຽງໃຕ້.