ສ​ປ​ປ ລາວ ເຂົ້າ​ເປັນປະເທດຄູ່ເຈລະຈາຂອງອົງການຮ່ວມມືຊຽງໄຮ້ຢ່າງ​ເປັນ​ທາງ​ການ

CRI,    July 16, 2026
Size:

ຕອນເຊົ້າວັນທີ 10 ກໍລະກົດນີ້, ພີທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮັບຮອງ ສປປ ລາວ ເຂົ້າເປັນປະເທດຄູ່ເຈລະຈາຂອງອົງການຮ່ວມມືຊຽງໄຮ້ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ, ເຊິ່ງໝາຍຄວາມວ່າ ສປປ ລາວໄດ້ເຂົ້າເປັນປະເທດຄູ່ເຈລະຈາຂອງອົງການຮ່ວມມືຊຽງໄຮ້ຢ່າງເປັນທາງການ.

    ກອງປະຊຸມຄັ້ງທີ 25 ຂອງສະພາປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ທີ່ຈັດຂຶ້ນຢູ່ນະຄອນທຽນສິນ ໃນວັນທີ 1 ກັນຍາປີ 2025 ໄດ້ເຫັນດີເປັນເອກະພາບກັນຮັບຮອງ ສປປ ລາວເປັນປະເທດຄູ່ເຈລະຈາຂອງອົງການຮ່ວມມືຊຽງໄຮ້. ນັບມາຮອດປັດຈຸບັນ, ອົງການຮ່ວມມືຊຽງໄຮ້ມີ 10 ປະເທດສະມາຊິກ, 2 ປະເທດສັງເກດການ ແລະ 15 ປະເທດຄູ່ເຈລະຈາ ເຊິ່ງລວມທັງ ສປປ ລາວ.