ກອງປະຊຸມເວທີປຶກສາຫາລືຄວາມກົມກຽວລະຫວ່າງອະລິຍະທຳຄັ້ງທີ 3 ຈັດຂຶ້ນຢູ່ອິນໂດເນເຊຍ

CRI,    July 13, 2026
Size:

ກອງປະຊຸມເວທີປຶກສາຫາລືຄວາມກົມກຽວລະຫວ່າງອະລິຍະທຳຄັ້ງທີ 3 ພາຍໃຕ້ຫົວຂໍ້: “ກົມກຽວກັນແຕ່ມີຄວາມແຕກຕ່າງກັນ ທົ່ວໂລກເປັນຄອບຄົວດຽວກັນ”ຈັດຂຶ້ນໃນວັນທີ 29 ມິຖຸນາແລ້ວນີ້ຢູ່ເກາະບາຫຼີ ປະເທດອິນໂດເນເຊຍ. ມີ 200 ກວ່າທ່ານຈາກສະຫະພັນປັດຊະຍາຂົງຈື້ສາກົນ ແລະ ວົງການການເມືອງ, ວັດທະນະທຳ, ສື່ມວນຊົນ ແລະ ວົງການວິຊາການຂອງຫຼາຍປະເທດໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວໃນຮູບແບບເຊິ່ງໜ້າ ແລະ ອອນລາຍ.

ທ່ານ ໂຄສເຕີ ເຈົ້າແຂວງບາຫຼີປະເທດອິນໂດເນເຊຍກ່າວຢືນຢັນວ່າ: ເກາະບາຫຼີເປັນຕົວຢ່າງອັນມີຊີວິດຊີວາທີ່ສະແດງໃຫ້ເຫັນເຖິງອະລິຍະທຳຫຼາຍເຄົ້າຂອງອິນໂດເນເຊຍຢູ່ຮ່ວມກັນຢ່າງກົມກຽວ, ແນວຄິດອັນເປັນມູນເຊື້ອຂອງເກາະບາຫຼີກ່ຽວກັບຄົນກັບຄົນ ແລະ ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວແມ່ນສອດຄ່ອງໃນລະດັບສູງກັບຫົວຂໍ້ເວທີປຶກສາຫາລືຄັ້ງນີ້. ເມື່ອປະເຊີນໜ້າກັບສິ່ງທ້າທາຍຕ່າງໆເຊັ່ນ: ສົງຄາມ, ລັດທິເຈົ້າອຳນາດ, ການແບ່ງແຍກແລະການໃຊ້ເຕັກໂນໂລຊີແບບເກີນຂອບເຂດ, ບັນດາຝ່າຍຄວນເສີມຂະຫຍາຍຄຸນຄ່າວັດທະນະທຳແຫ່ງການເຄົາລົບຄວາມແຕກຕ່າງກັນ, ສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ, ຊຸກຍູ້ການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນດ້ານອະລິຍະທຳ, ຮ່ວມກັນສົ່ງເສີມການພັດທະນາແບບຍືນຍົງຂອງອະລິຍະທຳມະນຸດ.

ແຫຼ່ງຂ່າວຈາກ: CGTN