
ວັນທີ 23 ມິຖຸນານີ້, ພະແນກປ້ອງກັນຄວາມສະຫງົບແຂວງຢຸນນານຈີນແຈ້ງໃຫ້ຮູ້ວ່າ: ການລາດຕະເວນຮ່ວມເພື່ອບັງຄັບໃຊ້ກົດໝາຍຕາມລຳແມ່ນ້ຳຂອງ ຈີນ-ລາວ-ມຽນມາ-ໄທ ຄັ້ງທີ 166 ໄດ້ເລີ່ມດຳເນີນໃນວັນທີ 22 ມິຖຸນານີ້.
ການເຄື່ອນໄຫວເທື່ອນີ້ໄດ້ສົ່ງກຳປັ່ນບັງຄັບໃຊ້ກົດໝາຍ 6 ລຳ ແລະເຈົ້າໜ້າທີ່ປະຕິບັດກົດໝາຍ 106 ຄົນ. ເມື່ອບັນດາຝ່າຍສຳເລັດການລາດຕະເວນແຕ່ລະພື້ນທີ່ແລ້ວ ຈະຮ່ວມກັນດຳເນີນການເຄື່ອນໄຫວຕ່າງໆ, ເຊັ່ນ: ການລາດຕະເວັນຮ່ວມທັງທາງນ້ຳແລະທາງບົກ, ການສຳຫຼວດກວດກາຮ່ວມແລະອື່ນໆ. ພ້ອມກັນນັ້ນ, ພາກສ່ວນບັງຄັບໃຊ້ກົດໝາຍສີ່ປະເທດຈະຈັດກິດຈະກຳເຜີຍແຜ່ກ່ຽວກັບວັນປາບປາມຢາເສບຕິດສາກົນ “26 ມິຖຸນາ”, ແລະຈັດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານຫຼາຍຝ່າຍຢູ່ເມືອງຫ້ວຍຊາຍແຂວງບໍ່ແກ້ວຂອງລາວ.