ກອງ​ປະ​ຊຸມ​ສຸດຍອດ​ວິ​ສາ​ຫະ​ກິດ​​ພະ​ລັງໄຟ​ຟ້າ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 10 ຈັດ​ຂຶ້ນ​ຢູ່​ເຂດ​ຮົງ​ກົງ​ຈີນ

CRI,    July 08, 2026
Size:

ກອງປະຊຸມສຸດຍອດວິສາຫະກິດພະລັງໄຟຟ້າປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 10 ໄດ້ຈັດຂຶ້ນຢູ່ເຂດບໍລິຫານພິເສດຮົງກົງຈີນ  ພາຍໃຕ້ຫົວຂໍ້ຫຼັກ “ຈາກການເຊື່ອມໂຍງເຊື່ອມຈອດຮອດຕະຫຼາດຮ່ວມກັນ, ສ້າງທົດສະວັດໃໝ່ແຫ່ງການຮ່ວມມືດ້ານພະລັງໄຟຟ້າແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ຜູ້ຕາງໜ້າ ວິສາຫະກິດພະລັງໄຟຟ້າແລະຜູ້ຊ່ຽວຊານດ້ານອຸດສາຫະກຳທີ່ກ່ຽວຂ້ອງຈາກບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮ່ວມກັນປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆເຊັ່ນ: ການຫັນປ່ຽນສູ່ພະລັງງານສີຂຽວ,ການຍົກລະດັບການເຊື່ອມໂຍງເຂົ້າກັນຂອງຕາຂ່າຍໄຟຟ້າຂ້າມຊາຍແດນ,ການສ້າງຕະຫຼາດພະລັງໄຟຟ້າໃນພາກພື້ນແລະອື່ນໆ.

ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນກົນໄກຮ່ວມມືລະດັບພາກພື້ນແບບໃໝ່ທີ່ຈີນແລະລາວ,ກຳປູເຈຍ,ມຽນມາ,ໄທແລະຫວຽດນາມປຶກສາຫາລືຮ່ວມກັນ ສ້າງຕັ້ງຂຶ້ນຮ່ວມກັນແລະຊົມໃຊ້ຮ່ວມກັນ,ກົນໄກດັ່ງກ່າວໄດ້ເລີ່ມດຳເນີນຢ່າງເປັນທາງການໃນປີ 2016.