
ເມື່ອບໍ່ດົນມານີ້, ພິທີລົງນາມໃນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2026 ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນຂອງລາວ ໂດຍມີໂຄງການດຳລົງຊີວິດ 7 ໂຄງການ ທີ່ມີມູນຄ່າ 3.310.000 ໂດລາ ແລະ ໄດ້ຮັບການເປີດຕົວຢ່າງເປັນທາງການ. ໂຄງການດັ່ງກ່າວສຸມໃສ່ການພັດທະນາຊັບພະຍາກອນມະນຸດ, ການຍົກລະດັບກະສິກຳ, ການຄຸ້ມຄອງຊັບພະຍາກອນນ້ຳ, ສາທາລະນະສຸກ ແລະ ການຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດ ເຊິ່ງເປັນໂຄງການ “ນ້ອຍແຕ່ງາມ” ທີ່ສະແດງໃຫ້ເຫັນເຖິງການສ້າງຄວາມອົບອຸ່ນໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນພາຍໃນຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2016, ກົນໄກຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ກາຍເປັນເວທີການຮ່ວມມືຫຼາຍຝ່າຍທີ່ສຳຄັນໃນອະນຸພາກພື້ນ ເຊິ່ງເຊື່ອມໂຍງ ແລະ ເສີມສ້າງພະລັງຂັບເຄື່ອນເຊິ່ງກັນແລະກັນຢ່າງເປັນລະບົບກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ການສ້າງປະຊາຄົມຮ່ວມຊາຕາກຳອາຊຽນ ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ. ຈີນໄດ້ສ້າງຕັ້ງກອງທຶນພິເສດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນປີ 2016 ແລະ ເລີ່ມປະຕິບັດຢ່າງຮອບດ້ານໃນປີ 2017. ໃນໜຶ່ງທົດສະວັດຜ່ານມາ, ລາວໄດ້ຈັດຕັ້ງປະຕິບັດໂຄງການຂອງກອງທຶນດັ່ງກ່າວໄປແລ້ວ 100 ໂຄງການ ມູນຄ່າຫຼາຍກວ່າ 26 ລ້ານໂດລາ, ກວມເອົາຂົງເຂດຕ່າງໆທີ່ກ່ຽວຂ້ອງກັບການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ແລະ ໄດ້ສ້າງການຄ້ຳປະກັນຢ່າງເຂັ້ມແຂງໃຫ້ແກ່ຄວາມຄືບໜ້າຂອງສັງຄົມໃນທ້ອງຖິ່ນທີ່ກ່ຽວຂ້ອງ.

ໃນຖານະເປັນປະເທດກຳລັງພັດທະນາທີ່ບໍ່ມີທາງອອກສູ່ທະເລ, ປະເທດລາວປະເຊີນໜ້າກັບສິ່ງທ້າທາຍຕ່າງໆໃນການດຳລົງຊີວິດຂອງປະຊາຊົນມາດົນນານ ເຊັ່ນ: ຄວາມສາມາດດ້ານການຜະລິດກະສິກຳບໍ່ພຽງພໍ, ຊົນນະບົດຂາດເຂີນນ້ຳດື່ມ, ຂາດການປິ່ນປົວທາງການແພດຂັ້ນພື້ນຖານ, ຂາດເຂີນຜູ້ມີຄວາມຮູ້ຄວາມສາມາດ ແລະອື່ນໆ ເຊິ່ງນີ້ກໍເປັນຂໍ້ບົກຜ່ອງດ້ານການພັດທະນາສຳລັບຫຼາຍປະເທດຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ໃນຫຼາຍປີຜ່ານມາ, ກອງທຶນພິເສດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຝັງຮາກຖານຢູ່ຂັ້ນຮາກຖານຂອງລາວ ແລະ ຊ່ວຍຊູຍູ້ໜູນໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ສຳຄັນຕ່າງໆ ເຊັ່ນ: ເສັ້ນທາງລົດໄຟລາວ-ຈີນ, ໂຄງການສາຍສົ່ງໄຟຟ້າຂ້າມຊາດ 500 ກິໂລໂວນ ເປັນຕົ້ນ.

ໃນໄລຍະ 10 ປີຜ່ານມາ, 100 ໂຄງການດັ່ງກ່າວໄດ້ສ້າງຜົນປະໂຫຍດໃຫ້ແກ່ຕົວເມືອງ ແລະ ຊົນນະບົດຂອງລາວ. ຊົນນະບົດຢູ່ແຂວງຫຼວງພະບາງໄດ້ປາສະຈາກບັນຫານ້ຳດື່ມເປິເປື້ອນ ໂດຍອາໄສໂຄງການສາທິດນ້ຳພຸຫວານ; ໂຄງການເພີ່ມຜົນຜະລິດເຂົ້ານາ ໄດ້ຍົກສູງປະລິມານການຜະລິດສະບຽງອາຫານຂອງລາວ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ; ແພດໝໍ ແລະ ພະຍາບານຢູ່ຂັ້ນຮາກຖານຂອງລາວໄດ້ຮັບການຍົກສູງຄວາມສາມາດໃນການປິ່ນປົວຂອງຕົນຢ່າງຕໍ່ເນື່ອງ ໂດຍຜ່ານການຝຶກອົບຮົມຢ່າງເປັນລະບົບ ເຊິ່ງໄດ້ພິສູດໃຫ້ເຫັນອຸດົມການແຕ່ຫົວທີຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄື: ເປົ້າໝາຍສຸດທ້າຍຂອງການຮ່ວມມືໃນພາກພື້ນແມ່ນ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.
