ວັນທີ 4 ມິຖຸນານີ້, ພິທີລົງນາມສັນຍາກ່ຽວກັບໂຄງການຂອງກອງທຶນພິເສດພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2026 ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ. ທ່ານປຣັກ ໂຊຄົນ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍແລະທ່ານຫວ່າງເວີນປີ່ນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍໄດ້ຮ່ວມກັນເຂົ້າຮ່ວມແລະກ່າວຄຳເຫັນໃນພິທີດັ່ງກ່າວ.
ທ່ານປຣັກ ໂຊຄົນກ່າວວ່າ: ກຳປູເຈຍຕີລາຄາສູງແລະສະແດງຄວາມຂອບໃຈຕໍ່ຈີນທີ່ໄດ້ສະໜັບສະໜູນແລະໃຫ້ການຊ່ວຍເຫຼືອຢ່າງແຂງແຮງເຂົ້າໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ແລະຈະສືບຕໍ່ເປັນປະເທດຜູ້ສະໜັບສະໜູນຢ່າງເດັດດ່ຽວຕໍ່ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຮ່ວມກັບບັນດາປະເທດເຂດລຸ່ມແມ່ນ້ຳເຕົ້າໂຮມກຳລັງເພື່ອສ້າງປະຊາຄົມຮ່ວມຊາຕາກຳປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ມຸ່ງໜ້າສູ່ສັນຕິພາບແລະຄວາມຈະເລີນຮຸ່ງເຮືອງ.
ທ່ານຫວ່າງເວີນປີ່ນກ່າວວ່າ: ຈີນຍິນດີຈະຮ່ວມກັບກຳປູເຈຍແລະບັນດາປະເທດແມ່ນ້ຳຂອງ, ເລີ່ມຕົ້ນ “ທົດສະວັດຄຳ” ໃໝ່ແຫ່ງການຮ່ວມມືພາຍໃຕ້ຂອບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຮ່ວມກັນເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ 6 ປະເທດໃຫ້ດີກວ່າເກົ່າ.