ພະແນກການພັດທະນາຖານຂໍ້ມູນໃຫຍ່ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຂອງຈີນ ໃຫ້ຮູ້ໃນວັນທີ 21 ພຶດສະພານີ້ວ່າ: ການທົດລອງການຮ່ວມມືສາກົນໃນຂົງເຂດຂໍ້ມູນຂ່າວສານຢູ່ນະຄອນໜານໜິງ ເທສະບານເຂດກວາງຊີ ໄດ້ເລີ່ມຂຶ້ນຢ່າງເປັນທາງການ. ທັງນີ້, ເຂດກວາງຊີ ຈະຖືເອົາການທົດລອງຄັ້ງນີ້ເປັນໂອກາດທີ່ດີ, ສຸມໃສ່ຄວາມຕ້ອງການທີ່ເປັນແກນກາງໃນການໄຫຼວຽນຂອງຂໍ້ມູນຂ່າວສານ, ການຮ່ວມມືປະສານງານກັນດ້ານການປະມວນຜົນຂອງຄອມພີວເຕີ ແລະ ການເພີ່ມປະສິດທິພາບໃຫ້ແກ່ອຸດສາຫະກໍາລະຫວ່າງຈີນ-ອາຊຽນ ເພື່ອພະຍາຍາມຢ່າງສຸດຄວາມສາມາດໃນການສ້າງເປັນສູນແຫ່ງການເປີດປະຕູ ແລະ ການຮ່ວມມືດ້ານຂໍ້ມູນຂ່າວສານທີ່ອວ່າຍໜ້າສູ່ພາກພື້ນອາຊຽນ.
ໃນດ້ານການສ້າງສະພາບແວດລ້ອມການບໍລິການຂ້າມຊາຍແດນ, ເຂດກວາງຊີ ຈະອອກແຮງຊຸກຍູ້ການຍອມຮັບກົດລະບຽບດ້ານການຄຸ້ມຄອງຂໍ້ມູນຂ່າວສານລະຫວ່າງຈີນ-ອາຊຽນ, ສ້າງເຄືອຂ່າຍການບໍລິການການຄ້າດ້ານຂໍ້ມູນຂ່າວສານຈີນ-ອາຊຽນ ເພື່ອຫຼຸດຕົ້ນທຶນການໄຫຼວຽນຂອງຂໍ້ມູນຂ່າວສານຂ້າມຊາຍແດນທີ່ສອດຄ່ອງກັບຂໍ້ກໍານົດຂອງວິສາຫະກິດໃຫ້ໜ້ອຍລົງ.
ໃນດ້ານການບົ່ມເພາະໂອກາດການປະຍຸກໃຊ້ດ້ານການຮ່ວມມືດີຈີຕອນ, ເຂດກວາງຊີ ຈະສຸມໃສ່ຄວາມຕ້ອງການຂອງຕະຫຼາດອາຊຽນ, ລົງເລິກຂົງເຂດສໍາຄັນຕ່າງໆເຊັ່ນ: ການຄົມມະນາຄົມແບບອັດສະລິຍະ, ການຄ້າຂ້າມຊາຍແດນ ແລະ ການສົ່ງອອກຜະລິດຕະພັນດີຈີຕອນໄປຕ່າງປະເທດ, ບົ່ມເພາະສ້າງໂຄງການສັນຍາລັກແບບ “ລົງທຶນໜ້ອຍແຕ່ໄດ້ຮັບຜົນປະໂຫຍດຫຼາຍ” ຈໍານວນໜຶ່ງ. ພ້ອມດຽວກັນນີ້, ເຂດກວາງຊີ ຈະຊຸກຍູ້ໃຫ້ເຕັກໂນໂລຊີປັນຍາປະດິດ ແລະ ອຸດສາຫະກໍາເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ ເພື່ອເພີ່ມປະສິດທິພາບໃຫ້ແກ່ການພັດທະນາເສດຖະກິດດີຈີຕອນໃນພາກພື້ນ.