ກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງທີ 26 ກ່ຽວກັບການຈັດຕັ້ງປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງຝ່າຍຕ່າງໆຢູ່ທະເລຈີນໃຕ້ຈັດຂຶ້ນທີ່ມາເລເຊຍ

CRI,    May 26, 2026
Size:

ວັນທີ 21 ພຶດສະພານີ້, ຢູ່ທີ່ນະຄອນຫຼວງກົວລາລຳເປີຂອງມາເລເຊຍ, ຈີນ ແລະ ປະເທດສະມາຊິກອາຊຽນໄດ້ຈັດ ກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງທີ 26 ກ່ຽວກັບການຈັດຕັ້ງປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງຝ່າຍຕ່າງໆຢູ່ທະເລຈີນໃຕ້.

ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມເນັ້ນໜັກເປັນເອກະພາບກັນກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ຄວາມສະຫງົບຢູ່ທະເລຈີນໃຕ້, ຢ້ຳຄືນຈະສືບຕໍ່ຈັດຕັ້ງປະຕິບັດຖະແຫຼງການດັ່ງກ່າວຢ່າງຮອບດ້ານ ແລະ ມີປະສິດທິຜົນ, ເພີ່ມທະວີການສົນທະນາ ແລະ ການປຶກສາຫາລື, ຮັກສາຄວາມອົດທົນອົດກັ້ນ, ແກ້ໄຂຂໍ້ຂັດແຍ້ງຢ່າງສົມເຫດສົມຜົນ, ລົງເລິກການຮ່ວມມືທາງທະເລທີ່ຕິດແທດຕົວຈິງ, ປົກປັກຮັກສາສະຖຽນລະພາບຂອງສະຖານະການທະເລຈີນໃຕ້. ບັນດາຝ່າຍເຫັນດີນຳຄວາມຄືບໜ້າທີ່ຕັ້ງໜ້າຂອງການປຶກສາຫາລືກ່ຽວກັບ “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້”, ເຫັນດີຮັກສາທ່າອ່ຽງການປຶກສາຫາລືດັ່ງກ່າວ ເພື່ອພະຍາຍາມບັນລຸ “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້” ໂດຍໄວ.

ລະຫວ່າງວັນທີ 22 ຫາ 23 ພຶດສະພານີ້, ຈີນ ແລະ ບັນດາປະເທດສະມາຊິກອາຊຽນຍັງຈະຈັດກອງປະຊຸມໜ່ວຍງານຮ່ວມຄັ້ງທີ 55 ກ່ຽວກັບການຈັດຕັ້ງປະຕິບັດຖະແຫຼງການດັ່ງກ່າວ ແລະ ສືບຕໍ່ຊຸກຍູ້ການປຶກສາຫາລືຕໍ່  “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້”.