
ວັນທີ 19 ພຶດສະພານີ້, ຖານຂໍ້ມູນທຸລະກິດການຄ້າຈີນ-ອາຊຽນໄດ້ເປີດຕົວຢ່າງເປັນທາງການຢູ່ນະຄອນໜານໜິງເຂດກວາງຊີຈີນ.
ຖານຂໍ້ມູນດັ່ງກ່າວແມ່ນເວທີສະໜອງຂໍ້ມູນສັງລວມກ່ຽວກັບການຮ່ວມມືດ້ານເສດຖະກິດການຄ້າຈີນ-ອາຊຽນ ແລະ ເປັນເວທີເຜີຍແຜ່ຂໍ້ມູນໄປສູ່ໂລກ, ສຸມໃສ່ໃຫ້ການບໍລິການຂໍ້ມູນຂ່າວສານດ້ານທຸລະກິດການຄ້າໃຫ້ແກ່ພາກສ່ວນທຸລະກິດການຄ້າ, ສະມາຄົມ, ຊາວຈີນຕ່າງດ້າວ, ຊາວຕ່າງປະເທດເຊື້ອສາຍຈີນ ແລະ ວິສາຫະກິດຂ້າມຊາດຕ່າງໆ. ປັດຈຸບັນ, ຖານຂໍ້ມູນດັ່ງກ່າວໄດ້ສ້າງຊ່ອງທາງເຜີຍແຜ່ຂໍ້ມູນດ້ານທຸລະກິດການຄ້າທີ່ກວມເອົາຫຼາຍປະເທດ ເຊິ່ງລວມທັງການອະທິບາຍນະໂຍບາຍ, ສະພາບການຕະຫຼາດ, ການດຶງດູດການລົງທຶນ, ການຈັບຄູ່ການຮ່ວມມື, ການວິເຄາະອຸດສາຫະກຳ ແລະອື່ນໆ.
ເຈົ້າໜ້າທີ່ກົງສຸນຂອງປະເທດສະມາຊິກອາຊຽນປະຈຳນະຄອນໜານໜິງກ່າວວ່າ: ການເປີດຖານຂໍ້ມູນດັ່ງກ່າວຈະເປີດກວ້າງຂົງເຂດການຮ່ວມມືລະຫວ່າງຈີນ-ອາຊຽນຕື່ມອີກ, ເພີ່ມທະວີການແລກປ່ຽນດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍ, ຍົກລະດັບອຸດສາຫະກຳ ແລະ ໄດ້ສ້າງຂົວແຫ່ງຂໍ້ມູນຂ່າວສານທີ່ສຳຄັນເພື່ອເຮັດໃຫ້ສອງຝ່າຍສາມາດບັນລຸການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.