
ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 2 ຈະຈັດຂຶ້ນຢູ່ນະຄອນຊຽງໄຮ້ຂອງຈີນໃນວັນທີ 18 ພຶດສະພານີ້. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາເປັກແມ່ນຊ່ອງທາງຕົ້ນຕໍເພື່ອກະກຽມວຽກງານຕ່າງໆໃຫ້ແກ່ກອງປະຊຸມຜູ້ນຳ APEC, ກອງປະຊຸມຄັ້ງນີ້ຈະຈັດຂຶ້ນລະຫວ່າງວັນທີ 18 ຫາ 19 ພຶດສະພານີ້.
ກ່ອນຈັດກອງປະຊຸມດັ່ງກ່າວ, ຄະນະກຳມະການ ແລະ ໜ່ວຍງານຕ່າງໆຂອງ APEC ໄດ້ຈັດກອງປະຊຸມແລ້ວເກືອບ 40 ຄັ້ງລະຫວ່າງວັນທີ 11 ຫາ 17 ພຶດສະພານີ້ ເຊິ່ງກວມເອົາຂົງເຂດຕ່າງໆ ເຊັ່ນ: ການຄ້າແລະການລົງທຶນ, ການຮ່ວມມືດ້ານເສດຖະກິດ ແລະ ເຕັກໂນໂລຊີ, ແມ່ຍິງ, ໂທລະຄົມ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ອື່ນໆ.