
ວັນທີ 8 ພຶດສະພານີ້, ກອງປະຊຸມສຸດຍອດອາຊຽນຄັ້ງທີ 48 ໄດ້ໄຂຂຶ້ນຢູ່ນະຄອນເຊບູຂອງຟີລິບປິນ.
ຟີລິບປິນທີ່ເປັນປະເທດປະທານໝູນວຽນອາຊຽນເປັນປະທານກອງປະຊຸມສຸດຍອດຄັ້ງນີ້. ກອງປະຊຸມຈະສຸມໃສ່ 3 ຫົວຂໍ້ບູລິມະສິດທີ່ສຳຄັນຄື: ຄວາມໝັ້ນຄົງດ້ານພະລັງງານ,ຄວາມໝັ້ນຄົງດ້ານສະບຽງອາຫານແລະຄວາມປອດໄພຂອງພົນລະເມືອງອາຊຽນ.
ພ້ອມດຽວກັນນັ້ນ, ກອງປະຊຸມຄັ້ງນີ້ຍັງຈະປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆເຊິ່ງລວມທັງການກະກຽມກິດຈະກຳລະນຶກການເຊັນ “ສົນທິສັນຍາມິດຕະພາບແລະການຮ່ວມມືໃນອາຊີຕາເວັນອອກສຽງໃຕ້” ຄົບຮອບ 50 ປີແລະອື່ນໆ.