ຂະ​ບວນ​ລົດ​ໄຟ​ຂາ​ກັບ​ຂະ​ບວນ​ທຳ​ອິດ​ຂອງ​ອາ​ຊຽນ​ສຳ​ເລັດ​ການ​ທົດ​ລອງ “ແຈ້ງ​ຜ່ານ​ດ່ານ​ເຂົ້າ-ອອກ​ເມືອງ​ຢ່າງວ່ອງ​ໄວ​ຕາມ​ເສັ້ນ​ທາງ​ລົດ​ໄຟ”

CRI,    May 11, 2026
Size:

ວັນທີ 4 ພຶດສະພານີ້, ຂະບວນລົດໄຟຂາກັບອາຊຽນທີ່ໄດ້ບັນທຸກແປ້ງມັນຕົ້ນໄດ້ເດີນທາງເຖິງທ່າທາງບົກສາກົນນະຄອນເຈິ້ງໂຈ່ວຢ່າງສະດວກ ແລະ ສຳເລັດການແຈ້ງຜ່ານດ່ານຕາມຮູບແບບ “ແຈ້ງຜ່ານດ່ານເຂົ້າ-ອອກເມືອງຢ່າງວ່ອງໄວຕາມເສັ້ນທາງລົດໄຟ” ຢູ່ສູນເຕົ້າໂຮມຂະບວນລົດໄຟຈີນ-ເອີຣົບ (ເຈິ້ງໂຈ່ວ) ເປັນຄັ້ງທຳອິດ.

ຂະບວນລົດໄຟດັ່ງກ່າວມີຕູ້ສິນຄ້າ 35 ຕູ້, ມີສິນຄ້າໜັກປະມານ 900 ໂຕນ, ເດີນທາງອອກຈາກສະຖານີວຽງຈັນຂອງລາວ ແລະ ເຂົ້າສູ່ຈີນໂດຍຜ່ານດ່ານສາກົນບໍ່ເຕ່ນ-ບໍ່ຫານ, ໃຊ້ເວລາພຽງ 5 ມື້ກໍເດີນທາງເຖິງນະຄອນເຈິ້ງໂຈ່ວ ເທດສະບານແຂວງເຫີໜານຂອງຈີນ. ຕາມຂ່າວແຈ້ງວ່າ: ຮູບແບບດັ່ງກ່າວໄດ້ເຮັດໃຫ້ເວລາແຈ້ງຜ່ານດ່ານຫຼຸດລົງປະມານ 24 ຊົ່ວໂມງ, ຕູ້ສິນຄ້າມາດຕະຖານແຕ່ລະຕູ້ສາມາດປະຢັດຕົ້ນທຶນໄດ້ຫຼາຍກວ່າ 200 ຢວນ.

ການສຳເລັດການທົດລອງຮູບແບບ “ແຈ້ງຜ່ານດ່ານຢ່າງວ່ອງໄວຕາມເສັ້ນທາງລົດໄຟ” ຄັ້ງນີ້ ໄດ້ບັນລຸການປະຕິບັດງານຄົບວົງຈອນແບບ “ນຳເຂົ້າ-ແຈ້ງຜ່ານດ່ານ-ເຂົ້າສາງ-ຄ້າຂາຍ-ຈັດສົ່ງ” ພ້ອມທັງໄດ້ກາຍເປັນບົດຮຽນແຫ່ງຜົນສຳເລັດທີ່ສາມາດເຜີຍແຜ່ໄດ້ໃຫ້ແກ່ການສ້າງສູນປ່ຽນຖ່າຍສິນຄ້າລາຍໃຫຍ່ຕ່າງໆ ແລະ ບັນລຸການແຈ້ງຜ່ານດ່ານຢູ່ທ້ອງຖິ່ນຕ່າງໆ ຢ່າງເປັນປົກກະຕິ.