ເປີດໂຄງການຮ່ວມມືຄຸ້ມຄອງໄພພິບັດຈີນ-ອາຊຽນ

CRI,    May 09, 2026
Size:

ພິທີເປີດໂຄງການຮ່ວມມືຄຸ້ມຄອງໄພພິບັດຈີນ-ອາຊຽນໄດ້ຈັດຂຶ້ນຢູ່ສໍານັກງານກອງເລຂາອາຊຽນ ທີ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍໃນວັນທີ 30 ເມສາຜ່ານມາ. ທ່ານ ຫວາງສິງ ເອກອັກຄະລັດຖະທູດຈີນປະຈຳອາຊຽນ, ທ່ານ ກາວກິມຮູນ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຜູ້ຕາງໜ້າຖາວອນຂອງປະເທດສະມາຊິກອາຊຽນ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ຕາມຂ່າວແຈ້ງວ່າ: ໂຄງການດັ່ງກ່າວມີຈຸດປະສົງເພື່ອແບ່ງປັນປະສົບການຂອງຈີນ ແລະ ເພີ່ມທະວີການສ້າງຄວາມສາມາດ, ຍົກສູງຄຸນນະພາບ ແລະ ປະສິດທິພາບໃນການຮັບມືສຸກເສີນຂອງພາກພື້ນ ແລະ ຊ່ວຍສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນໃຫ້ແໜ້ນແຟ້ນກວ່າເກົ່າ.

ທ່ານ ກາວກິມຮູນ ກ່າວວ່າ: ໂຄງການດັ່ງກ່າວຈະຍົກລະດັບການແຈ້ງເຕືອນລ່ວງໜ້າ, ການປ້ອງກັນ ແລະ ຮັບມືສຸກເສີນຕໍ່ໄພພິບັດໃນພາກພື້ນ ເພື່ອສ້າງພະລັງຂັບເຄື່ອນໃໝ່ໃຫ້ແກ່ການສ້າງອາຊຽນທີ່ມີຄວາມໜຽວແໜ້ນຫຼາຍກວ່າເກົ່າ.